Skip to main content

ອາຊຽນ-ໄອປາ ຫາລືເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ນໍາໃຊ້ກາລະໂອກາດ ຮັບມືກັບສິ່ງທ້າທາຍ

10/10/2024

ກອງປະຊຸມພົບປະລະຫວ່າງ ອາຊຽນ ແລະ ຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA-ໄອປາ) ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 9 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໃນນາມປະທານໄອປາ ຄັ້ງທີ 45.

ໃນກອງປະຊຸມພົບປະດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍ ໄອປາ ຊາບ ກ່ຽວກັບສະພາບການຂອງອາຊຽນໃນປະຈຸບັນ ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສຳເລັດການຈັດຕັ້ງປະຕິບັດບັນດາຂົງເຂດບູລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”  ແນໃສ່ເຮັດໃຫ້ພາກພື້ນມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອນຳໃຊ້ກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຕ່າງໆໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ພວມຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນ. ນອກຈາກນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງ ໃຫ້ທາງໄອປາຊາບກ່ຽວກັບຄວາມຄືບໜ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ຊື່ງເປັນວິໄສທັດທີ່ກໍານົດທິດທາງຂອງອາຊຽນສຳລັບ 20 ປີຕໍ່ໜ້າ ແນໃສ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ.

ໃນໂອກາດນີ້, ພະນະທ່ານ ໄຊສົມພອນ ພົມວິຫານ ປະທານໄອປາ 45 ໄດ້ແຈ້ງຄວາມຄືບໜ້າຂອງວຽກງານພາຍໃຕ້ຄວາມຮັບຜິດຊອບຂອງໄອປາໃຫ້ອາຊຽນຊາບ ແລະ ໄດ້ນຳສະເໜີຂໍ້ສະເໜີແນະຂອງໄອປາ ກ່ຽວກັບການສົ່ງເສີມການຮ່ວມມື ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ; ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ; ການພັດທະນາໂຄງລ່າງພື້ນຖານ ແລະ ສົ່ງເສີມການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ກໍຄືການຮັດແໜ້ນຄວາມເປັນແກນກາງອາຊຽນໃນການຮ່ວມມືກັບພາຍນອກ ຊຶ່ງສອດຄ່ອງກັບບັນດາຂົງເຂດບູລິມະສິດຂອງອາຊຽນ ໃນປີ 2024 ທີ່ພວມໄດ້ຮັບການຈັດຕັ້ງປະຕິບັດ.

ພ້ອມກັນນີ້, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍໄອປາຕໍ່ການປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ແລະ ຫວັງວ່າ ໄອປາ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ບັນດາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງນີ້ ກໍຄື ຄັ້ງຜ່ານມາ ແລະ ວິໄສທັດປະຊາຄົມອາຊຽນ 2045 ທີ່ຈະຖືກຮັບຮອງເອົາໃນປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 

ນໍາສະເໜີໂດຍ ດາວຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ