ອາຊຽນ-ອົດສະຕຣາລີ ສືບຕໍ່ເພີ່ມທະວີຄວາມພະຍາຍາມໃນການຮັດແໜ້ນການຮ່ວມມື

ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາອາຊຽນ, ທ່ານ ແອນໂຕນີ ອານບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ເຂົ້າຮ່ວມ ແລະ ນາຍົກລັດຖະມົນຕີ ແຫ່ງ ຕີມໍ ແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.
ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຜ່ານມາ ແລະ ກໍານົດທິດທາງການພົວພັນຮ່ວມມືໃນຕໍ່ໜ້າຮ່ວມກັນ. ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງ ຄົບຮອບ 50 ປີ ການພົົວພັນອາຊຽນ-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ເມວເບີນ, ອົດສະຕຣາລີ ໂດຍການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ສົກປີ 2021-2024 ແລະ ທ່ານ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ.
ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມພະຍາຍາມໃນການຮັດແໜ້ນການຮ່ວມມື ໂດຍຜ່ານການຈັດຕັ້ງປະຕິບັດບັນດາເອກະສານຜົນກອງປະຊຸມ ແລະ ຂໍ່້ລິເລີ່ມຕ່າງໆ ທີ່ໄດ້ປະກາດໃນກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ ລວມທັງແຜນປະຕິບັດງານ (2025-2029) ແນໃສ່ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ.
ອົດສະຕຣາລີ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງອາຊຽນ ທີ່ໄດ້ສ້າງຕັ້ງສາຍພົວພັນກັບອາຊຽນໃນປີ 1974, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2014 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2021.
ນຳສະເໜີໂດຍ ດາຫວຽດ
ຂ່າວທີ່ກ່ຽວຂ້ອງ