Skip to main content

ອາຊຽນບວກສາມ ຄັ້ງທີ 27 ເຫັນດີສືບຕໍ່ຈັດຕັ້ງແຜນປະຕິບັດງານການຮ່ວມມືອາຊຽນບວກສາມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ

10/10/2024

ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ຜູ້ນໍາຂອງປະເທດບວກສາມ ຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ພ້ອມດ້ວຍນາຍົກລັດຖະມົນຕີ ຕີມໍແລັດ ສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງປະຊຸມ, ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການຮ່ວມມືຜ່ານກົນໄກອາຊຽນບວກສາມ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອຍາດແຍ່ງເອົາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມກັນ. ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັນ ໂດຍຜ່ານບັນດາກົນໄກ ແລະ ຂໍ້ລິເລີ່ມຂອງອາຊຽນບວກສາມ ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນແມ່ນ ກອງທຶນການຮ່ວມມືຫຼາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນບວກສາມ, ຄັງແຮເຂົ້າສຸກເສີນອາຊຽນບວກສາມ, ເວທີປຶກສາຫາລືອາຊີຕາເວັນອອກ ແລະ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຫຼາຍຂຶ້ນ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນຂອງບັນດາປະເທດບວກສາມ ເຂົ້າໃນຄັງແຮເຂົ້າສຸກເສີນອາຊຽນບວກສາມ ເພື່ອຊ່ວຍເຫຼືອປະເທດອາຊຽນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ.

ສໍາລັບທິດທາງການຮ່ວມມືຶໃນຕໍ່ໜ້າ, ກອງປະຊຸມເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ (2023-2027) ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ. ພ້ອມກັນນີ້, ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາປະເທດອາຊຽນບວກສາມ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດການຫັນປ່ຽນເປັນດິຈິຕອນ, ນະວັດຕະກໍາດ້ານເຕັກໂນໂລຊີ,​ ພະລັງງານສີຂຽວ,​ ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ການເງິນ, ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ ແລະ ການຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານພາກພື້ນ. ຜູ້ນໍາອາຊຽນບວກສາມ ໄດ້ຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ.

ອາຊຽນບວກສາມ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1997 ເພື່ອຮັບມືກັບວິກິດການທາງດ້ານການເງິນທີ່ເກີດຂຶ້ນໃນພາກພື້ນ ແລະ ໄດ້ຮັບການເສີມຂະຫຍາຍການຮ່ວມມື ຈົນກາຍເປັນກົນໄກທີ່ສໍາຄັນໃນການສົ່ງເສີມການຮ່ວມມື ໃນພາກພື້ນອາຊີຕາເວັນອອກຈົນເຖິງປະຈຸບັນ ແລະ ໄດ້ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.

ນຳສະເໜີໂດຍ ດາຫວຽດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ