ສສກ-ອົດສະຕຣາລີ ເນັ້ນໃຫ້ເຫັນບົດບາດອັນສຳຄັນຂອງຄູໃນການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ
ເນື່ອງໃນໂອກາດວັນຄູແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານຢູ່ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກໃນຂະແໜງການສຶກສາ ໃນວັນທີ 2 ຕຸລາ 2024 ທີ່ວິທະຍາໄລຄູຄັງໄຂ, ແຂວງຊຽງຂວາງ ໂດຍການໃຫ້ກຽດເຂົ້າຮ່ວມເປີດຂອງທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການກະຊວງ, ຜູ້ປະຈໍາການ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ,...








