ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 10 ຫາລືຫຼາຍບັນຫາສໍາຄັນ ກຽມນໍາສະເໜີຜູ້ນຳພິຈາລະນາຮັບຮອງເອົາໃນກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10 (10th Meeting of the Committee of Permanent Representatives to ASEAN (CPR) – 10/2024 CPR Meeting) ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024, ມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍ ເລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມມີ ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ຈີນ; ຮ່າງຖະແຫຼງການກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ແລະ ຮ່າງເອກະສານກອງປະຊຸມສຸດຍອດອາຊີຕາເວັກອອກ ຄັ້ງທີ 19.
ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງວຽກງານການສ້າງປະຊາຄົມອາຊຽນ, ການພົວພັນຮ່ວມມືກັບພາຍນອກ ເເລະ ການກະກຽມດ້ານພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.
ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງນີ້ ແມ່ນຈັດເປັນຄັ້ງທີ 4 ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ.
ຂໍ້ມູນ-ຮູບພາບໂດຍ ສູນຂ່າວກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45
ນໍາສະເໜີໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ















