Skip to main content

ສະພາບໍລິຫານ ຊີເມວ ຊີອີດີ ປະຈໍາ ສປປ ລາວ ຕີລາຄາຄືນການເຄື່ອນໄຫວວຽກງານ ສົກປີ 2023-2024

02/10/2024

ສະພາບໍລິຫານ ສູນການສຶກສາເພື່ອພັດທະນາຊຸມຊົນ ຂົງເຂດອາຊີຕາເວັນອອກຊຽງໃຕ້ ຫຼື ຊີເມວ ຊີອີດີ (SEAMEO CED) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ຄັ້ງທີ 7 ປະຈໍາປີ 2024 ໃນວັນທີ 26 ກັນຍາ 2024 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ນາງ ນຽນ ສີວົງໄຊ ຜູ້ອໍານວຍການສູນຊີເມວ ປະຈໍາ ສປປ ລາວ ແລະ ທ່ານ ຮສ.ປອ ນາງ ສີລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ທັງເປັນເຈົ້າໜ້າທີ່ອາວຸໂສ ຊີເມວ ປະຈໍາ ສປປ ລາວ, ມີທ່ານ ດຣ Marilette R Almayda ປະທານກອງປະຊຸມ ຊີເມວ ຊີອີດີ ຄັ້ງທີ 6, ພ້ອມດ້ວຍບັນດາຄະນະບໍລິຫານງານຈາກປະເທດຟີລິບປິ່ນ, ໄທ ແລະ ສປປ ລາວ ເຂົ້າຮ່ວມແບບເຊິ່ງໜ້າ. ສ່ວນຄະນະບໍລິຫານງານຈາກປະເທດມຽນມາ, ສິງກະໂປ ແລະ ຕີມໍ ເລັດສະເຕ ແມ່ນເຂົ້າຮ່ວມທາງອອນລາຍ.

ໃນກອງປະຊຸມ, ທ່ານ ສຈ.ປອ ນາງ ນຽນ ສີວົງໄຊ ໄດ້ກ່າວສະແດງຄວາມພາກພູມໃຈທີ່ໄດ້ຕ້ອນຮັບບັນດາຜູ້ຕາງໜ້າຈາກປະເທດຕ່າງໆໃນຂົງເຂດອາຊີຕາເວັນອອກຊຽງໃຕ້ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະພາບໍລິຫານ ຊີເມວ ຊີອີດີ ປະຈໍາ ສປປ ລາວ ທັງແບບເຊິ່ງໜ້າ ແລະ ອອກນລາຍ ຊຶ່ງ ຊີເມວ ຊີອີດີ ມີຄວາມໝາຍສໍາຄັນຕໍ່ກອງປະຊຸມປະຈໍາປີຂອງຄະນະບໍລິຫານງານ ເພາະໄດ້ຜ່ານຄໍາແນະນໍາ ແລະ ການຕັດສິນທີ່ກໍານົດບູລິມະສິດ ແລະ ທິດທາງແຜນການຂອງສູນສໍາລັບງົບປະມານປີຕໍ່ໄປ. ມາຮອດປັດຈຸບັນ ແມ່ນເປັນປີທີ 6 ຂອງການສ້າງຕັ້ງ ຊີເມວ ຊີອີດີ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ບັນລຸການພັດທະນາອັນສໍາຄັນຫຼາຍຢ່າງໃນວຽກງານຂອງສູນ ຊຶ່ງລວມມີການພັດທະນາໂຄງການຄົ້ນຄວ້າ ແລະ ການບໍລິການທີ່ປຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ກອງເລຂາ ຊີເມວ ທີ່ຕັ້ງຢູ່ນະຄອນຫຼວງບາງກອກ ປະເທດໄທ. ທັງນີ້, ດ້ວຍການສະໜັບສະໜູນການພັດທະນາການສຶກສາຂອງລັດຖະບານລາວ ກາຍເປັນການສ້າງໂອກາດໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງສະເໝີພາບ ຊຶ່ງສູນຊີເມວພວກເຮົາ ຍັງມີບົດບາດສໍາຄັນ ແລະ ພົ້ນເດັ່ນໃນການແກ້ໄຂສິ່ງກີດຂວາງຂອງການເຕົ້າໂຮມ ແລະ ສະໜັບສະໜູນຊຸມຊົນໃນການພົວພັນກັບໂຮງຮຽນ.

ທ່ານ ສຈ.ປອ ນາງ ນຽນ ສີວົງໄຊ ກ່າວອີກວ່າ: ຄຽງຄູ່ກັບການສະໜັບສະໜູນຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ການເຊື່ອມຈອດກັບມະຫາວິທະຍາໄລແຫ່ງຊາດ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ຄູ່ຮ່ວມງານ, ອົງການຂອງພວກເຮົາ ໄດ້ ສ້າງພື້ນຖານໃຫ້ເຂັ້ມແຂງ ແລະ ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄົ້ນຄວ້າ ແລະ ສ້າງການເຊື່ອມ ໂຍງຢ່າງແໜ້ນແຟ້ນ ລະຫວ່າງ ນະໂຍບາຍ ແລະ ການຄົ້ນຄວ້າ ເພື່ອໃຫ້ບັນດາໂຄງການທີ່ສຳຄັນເປັນຈຳນວນຫຼວງ ຫຼາຍ. ໃນສົກປີ 2023-2024 ພວກເຮົາໄດ້ເຊັນສັນຍາການຮ່ວມມືກັບສູນການສຶກສາອາຊີ ປາຊີຟິກ ເພື່ອຄວາມ ເຂົ້າໃຈສາກົນ ພາຍໃຕ້ການອຸປະຖໍາຂອງອົງການ UNESCO (APCEIU), ສໍາລັບໂຄງການສູນການຮ່ວມມືການ ສຶກສາພົນລະເມືອງທົ່ວໂລກ (GCED) ຂອງ APCEIU. ໂຄງການນີ້ ມີຈຸດປະສົງເພື່ອເສີມຂະຫຍາຍຄວາມສາ ມາດຂອງສະຖາບັນການສຶກສາຄູ ໂດຍການສຸມໃສ່ GCED ໂດຍການສ້າງຕັ້ງສູນການຮ່ວມມື GCED (GCCs). GCCs ພະຍາຍາມ ເຮັດໜ້າທີ່ເປັນສູນກາງຫຼັກ ໃນການປະຕິບັດ ແລະ ເຜີຍແຜ່ GCED ໃນລະດັບປະເທດ ແລະ ອະນຸພາກພື້ນ. ຄວາມສໍາເລັດຂອງ SEAMEO CED ແນ່ນອນໄດ້ປະກອບສ່ວນເຂົ້າໃນພາລະກິດຂອງ SEAMEO ເພື່ອເພີ່ມທະວີຄວາມເຂົ້າໃຈ, ການຮ່ວມມືໃນພາກພື້ນ ແລະ ຄວາມສາມັກຄີ ລະຫວ່າງ ບັນດາປະເທດສະມາຊິກ ເພື່ອມີຄຸນນະພາບຊີວິດທີ່ດີຂຶ້ນ ຜ່ານການສ້າງຕັ້ງ ເຄືອຂ່າຍ ແລະ ການຮ່ວມມືລະຫວ່າງ ຜູ້ວາງນະໂຍບາຍ ແລະ ຜູ້ຊ່ຽວຊານ ແລະ ການສົ່ງເສີມການພັດທະນາຊັບພະຍາກອນແບບຍືນຍົງ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ມີການ​ເລືອກ​ຕັ້ງ​ປະທານ ​ແລະ ຮອງປະທານກອງປະຊຸມສະພາບໍລິຫານ​ຜູ້​ໃໝ່, ການເລືອກຕັ້ງຜູ້ລາຍງານ, ການຮັບຮອງເອົາວາລະ ແລະ ໂຄງການ, ໄດ້ຜ່ານຈຸດປະສົງຂອງກອງປະຊຸມ, ຂໍ້ຕົກລົງ ແລະ ການດໍາເນີນການກ່ຽວກັບວາລະທີ່ສໍາຄັນຕ່າງໆ, ນໍາສະເໜີບົດລາຍງານກິດຈະກໍາປະຈໍາສົກປີ 2023-2024 (ລວມທັງການນໍາສະເໜີວິດີໂອກ່ຽວກັບຜົນສໍາເລັດຂອງ SEAMEO FY 2023-2024), ຜ່ານບົດລາຍງານການເງິນ, ສະເໜີງົບປະມານ 3 ປີ, ປັບປຸງແຜນຍຸດທະສາດ 5 ປີ, ກອງປະຊຸມສຳມະນາສາກົນກ່ຽວກັບການສຶກສາເພື່ອການພັດທະນາຊຸມຊົນ ຄັ້ງທີ 6, ການສຶກສາກ່ຽວກັບຂອບເຂດໄວຮຽນຂອງເດັກ ແລະ ໄວໜຸ່ມນອກໂຮງຮຽນໃນອາຊີຕາເວັນອອກສຽງໃຕ້, ໂຄງການຄົ້ນຄວ້າທັດສະນະທ້ອງຖິ່ນກ່ຽວກັບລະເບີດບໍ່ທັນແຕກເພື່ອມະນຸດສະທຳຢູ່ ສປປ ລາວ, ການຄົ້ນຄວ້າປະຕິບັດງານກ່ຽວກັບການເຊື່ອມໂຍງການສຶກສາຂອງພົນລະເມືອງທົ່ວໂລກໃນການສິດສອນຢູ່ວິທະຍາໄລສ້າງຄູໃນ ສປປ ລາວ, ແຮງຈູງໃຈຂອງຄູໃນອາຊີຕາເວັນອອກສຽງໃຕ້: ການເບິ່ງລ່ວງໜ້າກ່ຽວກັບການເຮັດໃຫ້ຄູຢູ່ໃນອາຊີບການສອນ​, ຝຶກອົບຮົມການເປັນຜູ້ນໍາຊຸມຊົນ ເພື່ອການປັບປຸງໂພຊະນາການ ທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ ສປປ ລາວ, ການຝຶກອົບຮົມຄູຝຶກກ່ຽວກັບການສຶກສາຄວາມເປັນພົນລະເມືອງທົ່ວໂລກ (GCED) ໃນ ສປປ ລາວ.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ​ໄດ້​ຕົກລົງ​ກຳນົດເອົາໃນ​ວັນ​ທີ 25 ກັນຍາ 2025 ທີ່​ນະຄອນຫຼວງ​ພະ​ບາງ ສປປ ລາວ ຈັດກອງປະຊຸມສະພາ ຊີເມວ ຊີອີດີ ຄັ້ງທີ 8 ແລະ ກອງ​ປະຊຸມ​ສຳ​ມະ​ນາ​ສາກົນ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ກັນຍາ 2025, ຂໍ້ສະເໜີທັງໝົດ 12 ຫົວຂໍ້ໃນກອງປະຊຸມ ໄດ້ຖືກປະກອບຄຳເຫັນ, ຮັບຮູ້ ແລະ ອະນຸມັດ. ພ້ອມດຽວກັນນີ້, ທ່ານປະທານກອງປະຊຸມ ໄດ້ໃຫ້ກຽດກ່າວປິດກອງປະຊຸມໃນຕອນແລງຂອງມື້ດຽວກັນດ້ວຍຜົນສໍາເລັດ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ