ສສກ-ອົດສະຕຣາລີ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣລີ ໄດ້ສົ່ງເສີມຄວາມສະເໜີພາບລະຫວ່າງຍິງ-ຊາຍ ໃນຫ້ອງຮຽນ ໂດຍໄດ້ມີການຖ່າຍທຳວິດີໂອກ່ຽວກັບການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນໂຮງຮຽນປະຖົມ ໃນລະຫວ່າງວັນທີ 23-27 ກັນຍາ 2024 ທີ່ໂຮງຮຽນປະຖົມໃນນະຄອນຫຼວງວຽງຈັນ ຊຶ່ງໃຫ້ກຽດຕາງໜ້າລົງຕິດຕາມ ແລະ ຊຸກຍູ້ການຖ່າຍທໍາວິດີໂອຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕ້າ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີຄົນໃໝ່ ປະຈໍາ ສປປ ລາວ, ມີຮອງອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ຜູ້ຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊຖານີ ພ້ອມດ້ວຍບັນດາທີມງານຖ່າຍທໍາຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ແຜນງານບີຄວາ ຕະຫຼອດຮອດຄະນະອໍານວຍການໂຮງຮຽນ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ອະທິບາຍວ່າ: “ຈຸດປະສົງຂອງວິດີໂອນີ້ ແມ່ນເພື່ອປູກຈິດສຳນຶກ ແລະ ໃຫ້ຄຳແນະນຳແກ່ຄູ ກ່ຽວກັບວິທີຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫ້ອງຮຽນ ຊຶ່ງຄູມີບົດບາດສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ຕອບສະໜອງຕໍ່ຄວາມສະເໝີພາບຍິງ-ຊາຍສໍາລັບນັກຮຽນຂອງເຂົາເຈົ້າ ແຕ່ເຂົາເຈົ້າອາດຈະຍັງບໍ່ຮູ້ວິທີການເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວໃນການຈັດຕັ້ງປະຕິບັດ, ບາງຄັ້ງຄູອາດສະແດງຄວາມລຳອ່ຽງດ້ານເພດໂດຍບໍ່ຮູ້ຕົວ. ການຖ່າຍທຳໃນໂຮງຮຽນຕົວຈິງກັບຄູຈະຊ່ວຍໃຫ້ຄູທ່ານອື່ນໆສາມາດຄຳນຶ່ງເຖິງບັນດາຂໍ້ຄວາມສຳຄັນໃນວິດີໂອ ແລະ ວິທີການທີ່ເຂົາເຈົ້າຈະນຳໃຊ້ກັບສະຖານະການຕົວງຈິງໃນຫ້ອງຮຽນປະຈໍາວັນຂອງເຂົາເຈົ້າເອງ. ໃນວິດີໂອ, ພວກເຮົາໃຫ້ຄູແນະນຳວິທີການທີ່ສາມາດປະຕິບັດໄດ້ຫຼາຍແບບ ເພື່ອຮັບປະກັນໃຫ້ເດັກຍິງ ແລະ ເດັກຊາຍ ມີສ່ວນຮ່ວມໃນການຮຽນຮູ້ເທົ່າທຽມກັນ”.
ທ່ານ ນາງ ຊໍາເມີວິວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ຈະສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ດ້ວຍຂະບວນການສ້າງຄວາມຮັບຮູ້ນີ້. ຂໍ້ລິເລີ່ມນີ້ແມ່ນຕົວຢ່າງຂອງຄຳໝັ້ນສັນຍາທີ່ຕໍ່ເນື່ອງຂອງພວກເຮົາໃນການສົ່ງເສີມການສຶກສາຮຽນຮ່ວມ ແລະ ຮັບປະກັນໃຫ້ນັກຮຽນທຸກຄົນ, ບໍ່ວ່າຈະເປັນຍິງ-ຊາຍ, ຊົນເຜົ່າ ຫຼື ມີຄວາມສາມາດທີ່ແຕກຕ່າງກັນ ຈະມີໂອກາດທີ່ຈະພັດທະນາຕົນເອງໃນໂຮງຮຽນ”.
ໃນຂະນະທີ່ລົງຕິດຕາມການຖ່າຍທຳໃນໂຮງຮຽນ, ທ່ານ ນາງ ຊໍາເມີວິວ ແລະ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຍັງໄດ້ຢ້ຽມຢາມຫ້ອງຮຽນທີ່ສອນໂດຍໃຊ້ຫຼັກສູດສະບັບປັບປຸງໃໝ່ ໂດຍການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ. ການປັບປຸງຫຼັກສູດຊັ້ນປະຖົມແຫ່ງຊາດ ແມ່ນຄວາມພະຍາຍາມອັນຍິ່ງໃຫຍ່ທີ່ເລີ່ມມາແຕ່ປີ 2015 ຊຶ່ງລວມມີການພັດທະນາ ແລະ ການແຈກຢາຍປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນທີ່ປັບປຸງໃໝ່ໃນທົ່ວປະເທດ ພ້ອມທັງສະໜອງການຝຶກອົບຮົມ ແລະ ການສະໜັບສະໜູນຄູຂັ້ນປະຖົມທັງໝົດໃນທົ່ວປະເທດ. ຫຼັກສູດທີ່ປັບປຸງໃໝ່ແມ່ນສົ່ງເສີມການສຶກສາຮຽນຮ່ວມຜ່ານເນື້ອໃນ ແລະ ຮູບພາບທີ່ສະແດງໃຫ້ເຫັນຄວາມກ້າວໜ້າທີ່ຕ່າງຈາກມາດຕະຖານທີ່ກຳນົດຜ່ານມາທີ່ບໍ່ເໝາະສົມ, ປັບປຸງແນວຄວາມຄິດເກົ່າແກ່ດັ່ງເດີມກ່ຽວກັບຄວາມສະເໝີລະຫວ່າງພາບຍິງ-ຊາຍ ແລະ ລວມເອົາຄວາມພິການ. ຫຼັກສູດສະບັບປັບປຸງ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນກັນຍາ 2019 ໂດຍເລີ່ມຈາກຂັ້ນ ປ.1 ແລະ ມາຮອດປັດຈຸບັນແມ່ນສໍາເລັດຮອດພັດທະນາສື່ການຮຽນການສອນຂັ້ນ ປ. 5 ຊຶ່ງສະບັບປັບປຸງໄດ້ນໍາໃຊ້ໃນບັນດາຫ້ອງຮຽນນັບແຕ່ເດືອນກັນຍາ 2023.
ທ່ານ ນາງ ຊໍາເມີວິວ ໄດ້ກ່າວວ່າ: “ໜຶ່ງໃນບັນດາຜົນສຳເລັດອັນສຳຄັນທີ່ລັດຖະບານອົດສະຕຣາລີໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແມ່ນການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃນທົ່ວປະເທດ. ຫຼັກສູດດັ່ງກາວ, ໄດ້ຫັນປ່ຽນການສຶກສາຂັ້ນປະຖົມໃນລາວໃນຫຼາຍດ້ານ ໂດຍການນໍາສະເໜີວິທີການສິດສອນ, ການຮຽນຮູ້ທີ່ຖືເອົານັກຮຽນເປັນໃຈກາງ ແລະ ຮຽນດ້ານການປະຕິບັດຕົວຈິງ ຊຶ່ງເປັນຄັ້ງທໍາອິດ ແລະ ຍັງໄດ້ລວມເອົາທັກສະທີ່ຈໍາເປັນໃນສະຕະວັດທີ 21 ໃຫ້ແກ່ນັກຮຽນ”.
ຫຼັກສູດສະບັບປັບປຸງໄດ້ຮັບຮອງເອົາວິທີການສອນແບບໃໝ່ທີ່ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນ. ນັກຮຽນໄດ້ຮຽນຮູ້ໂດຍການປະກອບສ່ວນໃນຫ້ອງຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເຮັດທົດລອງຜ່ານກິດຈະກໍາຕ່າງໆ ພ້ອມທັງສະທ້ອນຄືນໃນສິ່ງທີ່ເຂົາເຈົ້າໄດ້ປະຕິບັດ. ຄະນະຜູ້ແທນທີ່ໄດ້ໄປຢ້ຽມຢາມມີຄວາມປະທັບໃຈທີ່ໄດ້ເຫັນນັກຮຽນໄດ້ຮ່ວມມືກັນ, ມີສ່ວນຮ່ວມໃນການນຳໃຊ້ສື່ການຮຽນການສອນ ແລະ ໄດ້ຮຽນຮູ້ຈາກການປະຕິບັດຕົວຈິງ.
ທ່ານ ນາງ ຊໍາເມີວິວ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາຢ້ຽມຢາມໂຮງຮຽນປະຖົມແຫ່ງນີ້ໃນ ສປປ ລາວ ຊຶ່ງເປັນຄັ້ງທຳອິດຂອງຂ້າພະເຈົ້າ ແລະ ເຫັນໄດ້ເຖິງໝາກຜົນຂອງການຮ່ວມມືອັນຍາວນານ ລະຫວ່າງ ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ. ເມື່ອຮ່ວມມືກັນ, ພວກເຮົາຈະສ້າງອະນາຄົດທີ່ສົດໃສ ແລະ ເໝາະສົມສຳລັບນັກຮຽນທຸກຄົນໄດ້ຫຼາຍຂຶ້ນ ໂດຍການລົງທຶນໃນການສຶກສາທີ່ມີຄຸນນະພາບສໍາລັບເດັກນ້ອຍທຸກຄົນ”.
ສໍາລັບແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID). ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມຂອງປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.
ຂ່າວທີ່ກ່ຽວຂ້ອງ