ກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 ເນັ້ນຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ

ກະຊວງແຜນການ ແລະ ການລົງທຶນຂອງ ສປປ ລາວ ຮ່ວມກັບຄະນະກໍາມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ (United Nations Economic and Social Commission for Asia and the Pacific (UNESCAP)) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council (ABAC)) ໄດ້ຈັດກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024) ໃນວັນທີ 7 ຕຸລາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ແນໃສ່ຍົກສູງບົດບາດຂອງອາຊຽນ ເພື່ອບັນລຸເປົ້າໝາຍການດຶງດູດການລົງທຶນໃນໄລຍະການຈັດຕັ້ງແຜນບູລິມະສິດໃນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຕົວແບບຍືນຍົງ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ລວມຈຳນວນ 300 ກວ່າທ່ານ.
ກອງປະຊຸມສໍາລັບປີນີ້, ໄດ້ຈັດຂຶ້ນໃນໄລຍະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ 2024 ຊຶ່ງຖືເປັນບົດບາດສຳຄັນເພື່ອເປົ້າໝາຍການເຊື່ອມໂຍງເສດຖະກິດອາຊຽນໃນລວງເລິກ ຜ່ານການສະແດງໃຫ້ເຫັນກາລະໂອກາດລົງທຶນຕາມວິໄສທັດຂອງອາຊຽນ ໂດຍເລັງໃສ່ການພົວພັນທາງດ້ານເສດຖະກິດທີ່ເຂັ້ມແຂງ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ສຸມໃສ່ການຫັນເປັນດິຈິຕອນ ເພື່ອຮັບປະກັນໃຫ້ພາກພື້ນມີການເຊື່ອມໂຍງທີ່ສູງຂຶ້ນ.
ໃນໂອກາດທີ່ສຳຄັນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສາມາດການປັບຕົວຂອງອາຊຽນ ໃນການປະເຊີນໜ້າກັບສິ່ງທ້າທາຍໃນທົ່ວໂລກ ແລະ ໄດ້ຍົກໃຫ້ເຫັນແຜນການດຳເນີນງານການລົງທຶນຂອງພາກພື້ນອາຊຽນ ເປັນຂໍ້ລິເລີ່ມທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ໃຫ້ອາຊຽນເປັນຈຸດໝາຍຂອງການລົງທຶນ. ພ້ອມກັນນັ້ນ, ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນການຊຸກຍູ້ການພັດທະນາປະເທດ ໂດຍສະເພາະຂະແໜງການພະລັງງານທົດແທນ, ພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ. ລັດຖະບານລາວໄດ້ໃຫ້ຄວາມສໍາຄັນຕໍ່ພາກເອກະຊົນ. ສະນັ້ນ, ຈຶ່ງໄດ້ປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ຫຼຸດຂອດຂັ້ນຕອນການດຳເນີນທຸລະກິດ ແລະ ເພີ່ມຄວາມວ່ອງໄວ. ປັດຈຸບັນ, ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງໃນບັນດາຂະແໜງການທີ່ມີທ່າແຮງ ເປັນຕົ້ນແມ່ນຂະແໜງກະສິກຳສະອາດ, ການພັດທະນາໄຟຟ້າພະລັງນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ຊຶ່ງປະກອບສ່ວນອັນສໍາຄັນເຂົ້າໃນເປົ້າໝາຍການພັດທະນາຕາມທິດສີຂຽວ ແລະ ພະລັງງານສະອາດຂອງພາກພື້ນ.
ກອງປະຊຸມໄດ້ເປີດໂຕແຜນດໍາເນີນງານການລົງທຶນພາກພື້ນອາຊຽນ (2025-2030) ຊຶ່ງໄດ້ກຳນົດແຜນຍຸດທະສາດ ເພື່ອເປັນທິດທາງໃຫ້ບັນດາປະເທດສະມາຊິກອາຊຽນໃນການດຶງດູດການລົງທຶນ, ຊຸກຍູ້ການພັດທະນາແບບຍືນຍົງ ແລະ ວາງທິດທາງອາຊຽນເປັນຈຸດໝາຍປາຍທາງຂອງການລົງທຶນ ໂດຍສອດຄ່ອງກັບສັນຍາການລົງທຶນຮອບດ້ານອາຊຽນ ແລະ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025.
ນອກຈາກນັ້ນ, ກອງປະຊຸມໄດ້ເປີດເວທີສົນທະນາໃນຮູບແບບ panel discussion. ທັງນີ້, ເພື່ອຍົກໃຫ້ເຫັນທ່າອ່ຽງ, ກາລະໂອກາດ, ສິ່ງທ້າທາຍໃນການລົງທຶນຢູ່ບັນດາປະເທດອາຊຽນ, ການຈັດຕັ້ງປະຕິບັດການລົງທຶນແບບມີຄວາມຮັບຜິດຊອບ, ການພັດທະນາພື້ນຖານໂຄງລ່າງ, ການຫັນເປັນດິຈິຕອນ, ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການຮ່ວມມືລະຫວ່າງປະເທດ ເພື່ອໃຫ້ອາຊຽນເປັນເປົ້າໝາຍປາຍທາງການລົງທຶນຂອງໂລກ.
ຄຽງຄູ່ກັບການຈັດກອງປະຊຸມລົງທຶນອາຊຽນ, ໃນວັນທີ 6 ຕຸລາ 2024 ຄະນະຜູ້ແທນກອງປະຊຸມຈຳນວນ 80 ທ່ານ ໄດ້ເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດ 3 ແຫ່ງ ຄື: ເຂດເສດຖະກິດພິເສດບຶງທາດຫຼວງ, ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດເສດຖະກິດພິເສດ ກວມລວມໄຊເສດຖາ. ທັງນີ້, ເພື່ອສະແດງໃຫ້ເຫັນເຖິງຄວາມພ້ອມໃນການພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການເຊື່ອມໂຍງເຊື່ອມຈອດເສດຖະກິດກັບພາກພື້ນ.
ຂໍ້ມູນ-ຮູບພາບໂດຍ: ສູນຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ນຳສະເໜີໂດຍ: ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ
















