ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍ ແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 9 ບູລິມະສິດສໍາລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ, ລວມທັງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.
ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມດ້ານຕ່າງໆສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍ ແລດສະເຕ, ປຶກສາຫາລືກ່ຽວກັບການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີ TAC ໂດຍລຸກຊຳບວກ ໃນວັນທີ 10 ຕຸລາ 2024 ນີ້.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍເນັ້ນຢໍ້າຄວາມສໍາຄັນໃນການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ. ອັນສຳຄັນ, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນໄດ້ປຶກສາຫາລືກ່ຽວກັບຫຼາຍໆບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 9-11 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ, ໂດຍສະເພາະແຜນການເຄື່ອນໄຫວຂອງຜູ້ນຳ ແລະ ເອກະສານຜົນຂອງບັນດາກອງປະຊຸມສຸດຍອດ ເພື່ອພິຈາລະນາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນໄລຍະ 1 ອາທິດນີ້ ຊຶ່ງມີທັງໝົດ 16 ກອງປະຊຸມສຸດຍອດ ແລະ ມີຫຼາຍກວ່າ 20 ປະມຸກລັດ, ຫົວໜ້າລັດຖະບານຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນເຂົ້າຮ່ວມ.
ຂໍ້ມູນ-ຮູບພາບໂດຍ: ສູນຂ່າວກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45
ນຳສະເໜີໂດຍ: ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ
















