ກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 ເນັ້ນຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ
ກະຊວງແຜນການ ແລະ ການລົງທຶນຂອງ ສປປ ລາວ ຮ່ວມກັບຄະນະກໍາມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ (United Nations Economic and Social Commission for Asia and the Pacific (UNESCAP)) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council (ABAC)) ໄດ້ຈັດກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024) ໃນວັນທີ 7 ຕຸລາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ແນໃສ່ຍົກສູງບົດບາດຂອງອາຊຽນ...








