ຜູ້ປະກອບການພາກເອກະຊົນຫຼາຍພາກສ່ວນ ຮ່ວມສົ່ງເສີມການພັດທະນາວຽກງານ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳໃນໄລຍະໃໝ່

ຜູ້ປະກອບການພາກເອກະຊົນຫຼາຍພາກສ່ວນ ຮ່ວມປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ແນໃສ່ເປັນບ່ອນອີງໃນການປັບປຸງຍຸດທະສາດ ທີ 5 ເພີ່ມທະວີສ້າງເຄືອຂ່າຍການຮ່ວມມື ແລະ ການມີສ່ວນຮ່ວມຂອງຂະແໜງການດັ່ງກ່າວ.
ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບອົງການອຸຍເນັດສະໂກ (UNESCO) ພາຍໃຕ້ໂຄງການ Developing a comprehensive Science, Technology and Innovation Strategy in Lao PDR (2026-2040) through public private consultation and partnerships” ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຂອງຜູ້ປະກອບການພາກເອກະຊົນຕໍ່ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ໃນວັນທີ 26 ກັນຍາ 2024 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ຕາງໜ້າຈາກຫ້ອງການ, ກົມທີ່ກ່ຽວຂ້ອງ ແລະ ບັນດາຜູ້ຕາງໜ້າຈາກບໍລິສັດເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນແມ່ນເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນເປັນຫຼັກ, ເພື່ອຈະຮັບຮູ້ເຖິງສະພາບຄວາມຕ້ອງການ, ການຮ່ວມມື, ບັນຫາ, ຄວາມຄາດຫວັງ ແລະ ວິທີການແກ້ໄຂໃນການມູມມອງຂອງພາກເອກະຊົນຕໍ່ກັບການສົ່ງເສີມ ແລະ ພັດທະນາວຽກງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໃນໄລຍະໃໝ່, ເນື່ອງຈາກວ່າ ພາກເອກະຊົນແມ່ນຫົວໜ່ວຍສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ນໍາໃຊ້ເຕັກໂນໂລຊີຢ່າງມີຄຸນນະພາບ ເພື່ອເປັນບ່ອນອີງໃນການປັບປຸງຍຸດທະສາດ ທີ 5 ກໍຄື ເພີ່ມທະວີສ້າງເຄືອຂ່າຍການຮ່ວມມື ແລະ ການມີສ່ວນຮ່ວມຂອງຂະແໜງການ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ






