Skip to main content

ປິດສາກລົງແລ້ວ ປິ່ງປ່ອງ ເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ 2023 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ

ປິດສາກລົງເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊ໋ມໂລກ ປະຈຳປີ 2023 ຫຼື WTT Youth Contender 2023 ຈັດຂຶ້ນໃນວັນທີ 20-23 ກັນຍາ 2023 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຂະນະທີ່ ຊະນະເລີດ ຮຸ່ນອາຍຸບໍ່ເກີນ 17 ປີ ຕົກເປັນຂອງ ທ້າວ KUO Guan-Hong ແລະ ຮອງຊະນະເລີດ ແມ່ນ ທ້າວ HUNG Jing-Kai ທັງສອງຄົນ ແມ່ນນັກກິລາຈາກໄຕ້ຫວັນ. ພິທີປິດການແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 23 ກັນຍາ 2023 ທີ່ສູນການຄ້າ ລາວ-ເຕັກ (ຊັ້ນ7) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງມີການຊີງໄຊກັນຫຼາຍລາຍການ ໂດຍສະເພາະໃນຮຸ່ນອາຍຸບໍ່ເກີນ 13 ປີ, 17 ປີ ແລະ 19 ປີ...

Continue reading

ຮ້ານດີພີ ສະປອດ ມອບເຄື່ອງກິລາ 29 ຊຸດ ໃຫ້ ສກຂ ຈຳປາສັກ

ຮ້ານດີພີ ສະປອດ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຊຸດ ໄປມອບໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໃນວັນທີ 25 ກັນຍາ 2023 ທີ່ພະແນກດັ່ງກ່າວ ກ່າວມອບໂດຍ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງດີພີ ສະປອດ ແລະ ກ່າວຮອບໂດຍ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໂອດານ ສະທ້ານຟ້າ ກ່າວວ່າ: ສຳລັບການນຳເອົາເຄື່ອງກິລາ ຈຳນວນ 29 ຊຸດ ມູນຄ່າ 2.900.000 ກີບມາມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຄັ້ງນີ້ ກໍເພື່ອຊຸກຍູ້ສົ່ງເສີມວຽກງານການກິລາ-ກາຍະກຳ...

Continue reading

ງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ຈະຈັດຂຶ້ນທ້າຍເດືອນຕຸລານີ້

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023 ຊຶ່ງຈະເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ທັງເປັນການຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍເຮັດໃຫ້ເສດຖະກິດດີຂຶ້ນ. ທ່ານ ດວງຕາ ສຸລິວົງ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນປະທານຄະນະກໍາມະການຈັດງານບຸນອອກພັນສາ...

Continue reading

ສຳເລັດການຖ່າຍທຳວິດີໂອຄູຕົວແບບ ຜູ້ອໍານວຍການ ທີ່ເປັນແບບຢ່າງ ໃນການບໍລິຫານຄຸ້ມຄອງໂຮງຮຽນ

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບທີມງານບີຄວາ ໄດ້ສຳເລັດການຖ່າຍທຳວິດີໂອຄູຕົວແບບທີ 6 ໂດຍສະເພາະຜູ້ອໍານວຍການຕົວແບບ ທີ່ເມືອງຄຳ ແຂວງຊຽງຂວາງ ໃນດ້ານການບໍລິຫານຄຸ້ມຄອງໂຮງຮຽນ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນອື່ນໆນຳເອົາບົດຮຽນໄປປັບໃຊ້ເຂົ້າກັບການບໍລິຫານຄຸ້ມຄອງໂຮງຮຽນຂອງພວກຕົນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດການຮຽນການສອນມີປະສິດທິພາບຫຼາຍຂຶ້ນໃນອະນາຄົດ. ການລົງຖ່າຍທຳວິດີໂອຄູຕົວແບບທີ 6 ຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງວັນທີ 17-23 ກັນຍາ 2023 ທີ່ໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄໍາ ແຂວງຊຽງຂວາງ ນຳພາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ອ່ອນສີ...

Continue reading

ສາລະວັນ ຕີລາຄາຄືນວຽກງານຜູ້ບໍລິຫານການສຶກສາທົ່ວແຂວງ ສົກ 2022-2023

ແຂວງສາລະວັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈຳສົກຮຽນ 2022-2023 ໃນວັນທີ 19 ກັນຍາ ຜ່ານມາ ທີ່ສະໂມສອນວິທະຍາໄລຄູສາລະວັນ ໂດຍການເປັນປະທານຂອງທ່ານ ສີລິສັກ ຖະໜອມຮັກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພະອາຈານ ແສງມະນີ ສຸວິໄລຄຳ ຄະນະປະຈຳ ຫົວໜ້າຫ້ອງການ ອົງການພຸດທະສາສະໜາສຳພັນ (ອພສ) ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງ, ພະນັກງານ ຄູອາຈານ, ຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ໄພວັນ ແສງອຳພັນ ຫົວໜ້າຂະແໜງສະຖິຕິ, ແຜນການ ແລະ ຮ່ວມມືກັບຕ່າງປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ...

Continue reading

ຮອງຫົວໜ້າ ສກຂ ຊຽງຂວາງ ເຄື່ອນໄຫວຕິດຕາມທີມງານຖ່າຍທໍາຄູຕົວແບບ ທີ່ໂຮງຮຽນປະຖົມ ລ້ອງລານ

ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ໄດ້ລົງເຄື່ອນໄຫວຕິດຕາມຄະນະທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ທີ່ລົງຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງໃນການບໍລິຫານໂຮງຮຽນ ເມື່ອວັນທີ 19 ກັນຍາ 2023 ທີ່ໂຮງຮຽນປະຖົມລ້ອງລານ ເມືອງຄໍາ ໂດຍມີທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ນາງ ຄໍຣິນ ຈາວາລີ ຫົວໜ້າຝ່າຍສື່ສານ ແລະ ການຜະລິດວິດິໂອ ພ້ອມທີມງານໃຫ້ກຽດເຂົ້າຮ່ວມ. ໂອກາດນີ້, ທ່ານ ອ່ອນສີ ແກ້ວພັກດີ ໄດ້ສະແດງຄວາມຂອບໃຈນໍາລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ...

Continue reading