ສຳເລັດການຖ່າຍທຳວິດີໂອຄູຕົວແບບ ຜູ້ອໍານວຍການ ທີ່ເປັນແບບຢ່າງ ໃນການບໍລິຫານຄຸ້ມຄອງໂຮງຮຽນ

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບທີມງານບີຄວາ ໄດ້ສຳເລັດການຖ່າຍທຳວິດີໂອຄູຕົວແບບທີ 6 ໂດຍສະເພາະຜູ້ອໍານວຍການຕົວແບບ ທີ່ເມືອງຄຳ ແຂວງຊຽງຂວາງ ໃນດ້ານການບໍລິຫານຄຸ້ມຄອງໂຮງຮຽນ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນອື່ນໆນຳເອົາບົດຮຽນໄປປັບໃຊ້ເຂົ້າກັບການບໍລິຫານຄຸ້ມຄອງໂຮງຮຽນຂອງພວກຕົນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດການຮຽນການສອນມີປະສິດທິພາບຫຼາຍຂຶ້ນໃນອະນາຄົດ.
ການລົງຖ່າຍທຳວິດີໂອຄູຕົວແບບທີ 6 ຄັ້ງນີ້ ໄດ້ມີຂຶ້ນໃນລະຫວ່າງວັນທີ 17-23 ກັນຍາ 2023 ທີ່ໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄໍາ ແຂວງຊຽງຂວາງ ນຳພາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ແລະ ທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍການສື່ສານ ແຜນງານບີຄວາ ນອກຈາກນີ້ ຍັງມີພະນັກງານວິຊາການຈາກ ສຄຂ, ຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິຊາການຈາກຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ພ້ອມດ້ວຍຄູອາຈານອີກຈຳນວນໜຶ່ງ.
ໂອກາດນີ້, ທ່ານ ສຸກສາຄອນ ສີປະເສີດ ໄດ້ກ່າວໃຫ້ຮູ້ວ່າ: “ທີມງານພວກເຮົາໄດ້ເລືອກເອົາອາຈານ ບຸນທຽນ ທຳມະວົງແສງ ຜູ້ອຳນວຍການໂຮງຮຽນປະຖົມສຶກສາລ້ອງລານ ເມືອງຄໍາ ແຂວງຊຽງຂວາງ ເພື່ອຖ່າຍທໍາວິດີໂອສາລະຄະດີຄູຕົວແບບຄັ້ງນີ້ ເນື່ອງຈາກເຫັນວ່າ ອາຈານ ບຸນທຽນ ທໍາມະວົງແສງ ມີບົດຮຽນ ແລະ ປະສົບການໃນດ້ານນຳພາຄຸ້ມຄອງບໍລິຫານໂຮງຮຽນໃນດ້ານຕ່າງໆມາຫຼາຍປີ ຈົນໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຂອງເມືອງດັ່ງກ່າວ ໂດຍສະເພາະໃນດ້ານການປົກປັກຮັກສາສິ່ງແວດລ້ອມ. ນອກຈາກນີ້, ຍັງໄດ້ເປັນຕົວແບບດ້ານການບໍລິຫານຂອງແຂວງຊຽງຂວາງ ແລະ ກໍາລັງຖືກເລືອກໃຫ້ຂຶ້ນມາແລກປ່ຽນບົດຮຽນນໍາຂັ້ນສູນກາງໃນໄວໆນີ້ ທີ່ນະຄອນຫຼວງວຽງຈັນ”.
ໃນການລົງຖ່າຍທຳຄັ້ງນີ້, ປະກອບມີວິຊາການຂ່າວຈາກຂະແໜງວາລະສານ ແລະ ໜັງສືພິມ, ຂະແໜງວິທະຍຸ ແລະ ຂະແໜງໂທລະພາບຂອງ ສຄຂ ຍັງໄດ້ເຄື່ອນໄຫວຖ່າຍທຳ-ສຳພາດ ຄະນະພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່ຽວກັບຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງຕົນໃນໄລຍະຜ່ານມາ; ສຳພາດຄະນະຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານຕ່າງໆ ໂດຍສະເພາະແມ່ນບັນດາການຊ່ວຍເຫຼືອດ້ານຕ່າງໆຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ແລະ ຖ່າຍທຳໂຄງລ່າງພື້ນຖານຕ່າງໆຂອງເມືອງຄຳ ເພື່ອນໍາມາປະກອບໃສ່ສາລະຄະດີ ຈົນສຳເລັດຕາມລະດັບຄາດໝາຍ.
ນັບເປັນຄັ້ງທຳອິດທີ່ທາງແຜນງານບີຄວາ ໄດ້ຄັດເລືອກເອົາເປົ້າໝາຍ ກໍຄືຜູ້ອໍານວຍການໂຮງຮຽນຕົວແບບມາຖ່າຍທຳເປັນສາລະຄະດີ ພາຍໃຕ້ການໃຫ້ທຶນສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ ໂດຍຜ່ານແຜນງານບີຄວາ ຊຶ່ງໃຊ້ເວລາປະຕິບັດໜ້າວຽກງານຕົວຈິງຢູ່ແຂວງຊຽງຂວາງ ເປັນເວລາ 7 ວັນ ລະຫວ່າງວັນທີ 17-23 ກັນຍາ 2023.
ໂດຍ: ລູກນ້ຳເຊ ອິນທະດາລິນ
















