Skip to main content

ສວສ-ຮພສ ຈັດກິດຈະກຳກິລາສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

ສາມອົງການຈັດຕັ້ງມະຫາຊົນຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ຫຼື ຮພສ ຈັດກິດຈະກຳກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຂະນະທີ່ເຕະບານຊາຍ ສະເໝີກັນ 1-1 ແລະ ເຕະບານຍິງ ທີມສາມອົງການຈັດຕັ້ງມະຫາຊົນ ຮພສ ຊະນະ 1-0 ປະຕູ. ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ຕຸລາ...

Continue reading

ກຸ່ມບໍລິສັດ ເບສະຫວັນ ແລະ ຮ້ານບຸນທົງ ອາໄຫຼ່ ມອບເຄື່ອງກິລາໃຫ້ຄະນະຊາວໜຸ່ມຮາກຖານ ສວສ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

ກຸ່ມບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຜືນ ມູນຄ່າ 2.000.000 ກີບ ແລະ ຮ້ານບຸນທົງ ອາໄຫຼ່ ຈໍານວນ 15 ຜືນ ມູນຄ່າ 1.500.000 ກີບ ລວມທັງໝົດເປັນ 35 ຜືນ ມູນຄ່າ 3.500.000 ກີບ ມາມອບໃຫ້ກັບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳແຂ່ງຂັນກິລາມິດຕະພາບ ສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ...

Continue reading

ສານອວຍພອນຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023)

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ບັນດາທ່ານ ຄະນະນໍາກະຊວງສຶກສາທິການ ແລະ ກິລາທີ່ນັບຖື. ບັນດາທ່ານ ຜູ້ບໍລິຫານການສຶກສາທຸກຂັ້ນ ທີ່ນັບຖື. ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ນັບຖື ແລະ ຮັກແພງ   ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 29 ປີ, ຂ້າພະເຈົ້າຕາງໜ້າສູນກາງພັກ-ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູອາຈານ ໃນຂອບເຂດທົ່ວປະເທດ...

Continue reading

ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ທົ່ວປະເທດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທົ່ວປະເທດ ແບບເຊິ່ງໜ້າ ແລະ ອອນລາຍ ເມື່ອວັນທີ 6 ຕຸລາ 2023 ທີ່ຫ້ອງປະຊຸມກະຊວງ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດການນໍາກະຊວງສຶກສາທິການ ແລະ ກິລາ, ພະນັກງານອາວຸໂສບໍານານ, ຮອງລັດຖະມົນຕີ, ຄະນະນໍາຈາກພາກສ່ວນຕ່າງໆ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນທົ່ວປະເທດ, ບັນດາພະນັກງານ, ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ...

Continue reading

ດື່ມເຫຼົ້າ-ເບຍ ຈະເຮັດໃຫ້ເຮົາຕຸ້ຍງ່າຍກວ່າການກິນອາຫານທີ່ມີນໍ້າຕານສູງ

ຄົນສ່ວນຫຼາຍຮູ້ຢູ່ແລ້ວວ່າ ການກິນອາຫານລົດຫວານ ຫຼື ທີ່ມີປະລິມານນໍ້າຕານສູງ ຈະເຮັດໃຫ້ເກີດການສະສົມຂອງໄຂມັນ ແລະ ເຮັດໃຫ້ເປັນພະຍາດຕຸ້ຍໄດ້ ແຕ່ສິ່ງທີ່ຫຼາຍຄົນອາດບໍ່ຮູ້ນັ້ນຄືການດື່ມເຫຼົ້າ-ເບຍ ນັ້ນຍິ່ງເຮັດໃຫ້ຕຸ້ຍໄດ້ງ່າຍກວ່າການກິນອາຫານຫວານ ຫຼື ເຄື່ອງດື່ມທີ່ມີນໍ້າຕານສູງອີກ. ເຫດຜົນຍ້ອນເຫຼົ້ານັ້ນ ເມື່ອດູດຊຶມເຂົ້າສູ່ຮ່າງກາຍ ແລະ ຈະຖືກຈຸລັງຕັບປ່ຽນເປັນ Acetaldehyde ແລະ Acetate ແລ້ວນໍາໄປຜະລິດເປັນພະລັງງານອອກມາໃຫ້ຮ່າງກາຍ ໂດຍ Alcohol 1g ນັ້ນ ສາມາດຜະລິດເປັນພະລັງງານໄດ້ຫຼາຍເຖິງ 7Kcal ຫຼາຍກວ່າປະລິມານນໍ້າຕານອີກດ້ວຍ. ສິ່ງສຳຄັນກວ່ານັ້ນ...

Continue reading

ສສກ ເຜີຍແຜ່ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອເຮັດໃຫ້ຄະນະພັກ ແລະ ຄະນະນໍາກະຊວງ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປເຜີຍແຜ່ແກ່ກົມກອງຂອງຕົນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 3 ຕຸລາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກມະຫາວິທະຍາໄລແຫ່ງຊາດ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ, ຫົວໜ້າ-ຮອງກົມ ຫຼື ທຽບເທົ່າ,...

Continue reading

“ຊິນເນີ” ກາຍເປັນນັກເທັນນິດອີຕາລີຄົນທຳອິດ ຄວ້າແຊ໋ມ ໄຊນາ ໂອເພັນ 2023

ການແຂ່ງຂັນເທັນນິດ ATP 500 ລາຍການ ໄຊນາ ໂອເພັນ 2023 ກັບມາແຂ່ງຂັນອີກຄັ້ງໃນຮອບ 4 ປີ ຫຼັງສິ້ນສຸດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສູນກິລາເທັນນິດແຫ່ງຊາດ (National Tennis Center) ໃນນະຄອນຫຼວງປັກກິ່ງ  ສາທາລະນະລັດ ປະຊາຊົນຈີນ ໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລານີ້. ໂດຍປະເພດຊາຍດ່ຽວຮອບຊີງຊະນະເລີດ ເປັນຄູ່ຊີງໜ້າໃໝ່  ຢານນິກ ຊິນເນີ ມື 6 ຂອງລາຍການຈາກອີຕາລີ ພົບກັບ ດານິວ ເມດເວເດບ  ມື 2 ຂອງລາຍການຈາກຣັດເຊຍ. ຜ່ານການແຂ່ງຂັນຜົນປະກົດວ່າ ຢານນິກ ຊິນເນີ ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ...

Continue reading

ນ້ຳໃຈຄູ

ງາມໃດທັນທຽບເທົ້າ                 ປຸນປຽບໃຈຄູ ເຮົານາ ງາມສາຍທາລາໄຫຼ                             ລ່ອງໂຕນຟອງຟົ້ງ ງາມປ່າດົງຜືນກວ້າງ                          ພົງພະນາຍາມສ່ອງ ຍັງບໍ່ຖ່ອງຮອດສ້ຽວ                            ນ້ຳໃຈເຈົ້າຊື່ວ່າຄູ ນີ້ແລ້ວ.   ຄູເປັນເໝືອຍໜ່ວຍແກ້ວ            ພິທູນຄ່າໃສງາມ ແສນສຳລານຍາມແລງ                       ເບິ່ງບໍ່ເຫີຍຫາຍຮ້ອນ ທັງຄຳວອນຈາເວົ້າ                               ຫຼານຜູ້ຮຽນຮ່ຳ ຈ້າວໂດຍນາງນາດຫຼ້າ                          ຄຳຄູເອີ່ຍວ່າເວົ້າ ນຳເຈົ້າໝູ່ນັກຮຽນ ທຸກຄົນແລ້ວ.   ຍາມເມື່ອສອນສັ່ງຊີ້...

Continue reading