ວິດີໂອການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ
ຄຳແນະນຳການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຂອງ ສສກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ ໄດ້ຖືກນຳມາສ້າງເປັນວິດີໂອ.
ກະຊວງສຶກສາທິການ ແລະ ກິລາ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີວິດີໂອໃໝ່ ເພື່ອຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ວິດີໂອໄດ້ປ່ຽນຄຳແນະນຳກ່ຽວກັບການປົກປ້ອງເດັກ ແລະ ຮັກສາຄວາມປອດໄພສຳລັບເດັກ ໃຫ້ກາຍເປັນການປະຕິບັດຕົວຈິງ ແລະ ສ້າງສະພາບແວດລ້ອມການຮຽນຮູ້ ທີ່ປອດໄພກວ່າສຳລັບເດັກທຸກຄົນ. ຂໍເຊີນທຸກທ່ານຮັບຊົມ, ສົ່ງຕໍ່ເຖິງຄູ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາທຸກທ່ານ, ຊ່ວຍກັນເຜີຍແຜ່ວິດີໂອຢ່າງກວ້າງຂວາງ ແລະ ນຳໃຊ້ຂໍ້ຄວາມ ເພື່ອຊ່ວຍປົກປ້ອງເດັກໃນໂຮງຮຽນ ແລະ ຊຸມຊົນ....






