Skip to main content

ຄະນະນັກກິລາເທຄວັນໂດ ຈາກ ສ.ເກົາຫຼີ ເຜີຍແຜ່ມູນເຊື້ອສິລະປະປ້ອງກັນຕົວ ຢູ່ ສປປ ລາວ

ໂຮງຮຽນ ມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ຕ້ອນຮັບຄະນະນັກກິລາເທຄວັນໂດ ຄັງ ແລະ ສະໂມສອນ ຊຸຍຮຸຍໂລ ຈາກເມືອງປູຊານ ສ.ເກົາຫຼີ ເນື່ອງໃນໂອກາດທີ່ໄດ້ມາເຄື່ອນໄຫວ ແລະ ສາທິດວິທີປ້ອງກັນຕົວ ຢູ່ ສປປ ລາວ ເວົ້າສະເພາະແມ່ນເຜີຍແຜ່ມູນເຊື້ອການສະແດງສິລະປະປ້ອງກັນຕົວ ປະເພດກິລາເທຄວັນໂດ ຊຶ່ງເປັນກິລາປະຈຳຊາດຂອງ ສ.ເກົາຫຼີ ໃນວັນທີ 14 ສິງຫາ 2026 ທີ່ ມສ ວຽງຈັນ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການ ມສ ວຽງຈັນ, ມີທ່ານ ຄັງ ເຊິງອອນ ປະທານສະໂມສອນເທຄວັນໂດ ຄັງ, ທ່ານ ແຊ ຊອນອູ ແລະ ທ່ານ ໂອ ຊອນຊ໋ອກ ຜູ້ນຳພາເຍົາວະຊົນສະໂມສອນ ຊຸຍຮຸຍໂລ, ຄະນະອຳນວຍການ ມສ ວຽງຈັນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງຕື່ນເຕັ້ນ ແລະ...

Continue reading

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອລ້າ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ ສຸມໃສ່ສ້າງຊັບພະຍາກອນມະນຸດໃຫ້ຄຸນນະພາບສູງ

ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ...

Continue reading

ສຳເລັດກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III ພ້ອມວາງທິດທາງສ້າງເປັນໂຮງຮຽນຕົວແບບຄຸນນະພາບ

ໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ຜ່ານມາ, ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄັດເລືອກນັກຮຽນເຂົ້າຮຽນ ຄັ້ງທີ III ຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງນາໝໍ້ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງນາໝໍ້ ແລະ ທ່ານ ໄຊພອນ ສີຈະເລີນ ຮອງປະທານຄະນະກຳມະການປົກຄອງເມືອງນາໝໍ້; ໂດຍມີຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ (ກະຊວງ ສສກ), ຜູ້ບໍລິຫານຈາກ 6 ເມືອງ, ພະແນກ ສກຂ ແຂວງ, ຫ້ອງການ ສສກ 7 ເມືອງ ແລະ...

Continue reading

ສະຖາບັນຂົງຈື ມຊ ສອບເສັງຄັດເລືອກນັກສຶກສາໃໝ່ ປະລິນຍາຕີ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາໃໝ່ ເຂົ້າຮຽນໃນຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027 ໃນວັນທີ 15 ສິງຫາ 2026 ທີ່ສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຕິດຕາມ ແລະ ສັງເກດການຂອງ ທ່ານ ຮສ. ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຮສ. ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ແລະ ທ່ານ ເຟິ່ງ ກວ້າງຫົວ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ, ບັນດາຄູອາຈານ ແລະ ນັກສອບເສັງເຂົ້າຮ່ວມ. ທ່ານ ຄຳຮຸ່ງ ຈັນທະວົງ...

Continue reading

ເມືອງໄຊພູທອງ ເຊື່ອມຊຶມເອກະສານສຳຄັນ ພ້ອມປະກາດແຕ່ງຕັ້ງຄະນະຜູ້ອຳນວຍການ ແລະ ພະນັກງານນຳພາ-ຄຸ້ມຄອງ ຂະແໜງການສຶກສາ

ໃນລະຫວ່າງວັນທີ 11-13 ສິງຫາ 2026 ນີ້ ຢູ່ສະໂມສອນ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນ ແລະ ທິດທາງແຜນການດຳເນີນງານຂອງຂະແໜງ ການສຶກສາ ແລະ ກິລາ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພົມມາ ສົງວິໄລ ປະທານຄະນະກຳມະການປົກຄອງເມືອງໄຊພູທອງ ແລະ ທ່ານ ສຸກັນ ບຸດຕາລາສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ມີບັນດາຫົວໜ້າ-ຮອງຫົວໜ້າໜ່ວຍງານ, ຄະນະຜູ້ອຳນວຍການໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ ພ້ອມດ້ວຍຄູ-ອາຈານ ແລະ ຄູປ້ອງກັນຊາດ ທົ່ວເມືອງໄຊພູທອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ,...

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ເລີ່ມສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມຂອງນັກຮຽນພິການ ຢູ່ ແຂວງຊຽງຂວາງ

ໃນວັນທີ 17 ສິງຫາ 2026, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ດ້ວຍການນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຣເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ. ມີຕາງໜ້າຈາກກົມ, ວິທະຍາໄລຄູເປົ້າ ໝາຍ 3 ແຫ່ງຄື: ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ, ຜູ້ຊ່ຽວຊານວຽກງານສຶກສາ ແລະ...

Continue reading

ເລີ່ມຟົດຟື້ນ! ບັນຍາກາດພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຮ່ວມງານຂາຍອຸປະກອນການສຶກສາ “Back to School” ລາຄາອຸ່ນໃຈ ທີ່ ສວນປະຕູໄຊ

ເພື່ອເປັນການຕ້ອນຮັບວັນເປີດສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ແລະ ຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງພໍ່ແມ່ຜູ້ປົກຄອງ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳຂາຍສິນຄ້າອຸປະກອນການສຶກສາ ພາຍໃຕ້ “ໂຄງການລາຄາອຸ່ນໃຈ”. ພາລະກິດ “Back to School” ຕ້ອນຮັບສົກຮຽນໃໝ່ ພົບກັບສິນຄ້າອຸປະກອນການສຶກສາຫຼາກຫຼາຍລາຍການທີ່ນຳມາຈຳໜ່າຍໃນລາຄາພິເສດ ແລະ ເປັນກັນເອງ ເພື່ອໃຫ້ນ້ອງໆນັກຮຽນ-ນັກສຶກສາ ໄດ້ກຽມຄວາມພ້ອມກ່ອນເຂົ້າຮຽນ ບໍ່ວ່າຈະເປັນ: • ປຶ້ມຂຽນ, ປຶ້ມອ່ານ, ບິກ, ສໍ, ຮູບແຕ້ມ ແລະ...

Continue reading

ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຄະທານ ອຸທິດເຖິງ ສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 14 ສິງຫາ 2026 ນີ້ ທີ່ຫໍປະຊຸມແຫ່ງຊາດ, ບັນດາການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຂະທານແດ່ພະສົງ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ ຜ່ານມາ ລວມອາຍຸໄດ້ 70 ປີ. ການໃສ່ບາດຖວາຍສັງຂະທານໃນຄັ້ງນີ້ ດຳເນີນໄປຕາມຮີດຄອງປະເພນີ ແລະ...

Continue reading