ບົດກ່າວຄໍາຂອບໃຈ
(ຕາງໜ້າຄອບຄົວ ພົມວິຫານ)ຂໍນ້ອມນະມັດສະການພະເຖລານຸເຖລະ.ຮຽນ: ບັນດາທ່ານຜູ້ນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.ບັນດາທ່ານທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖື!ຂ້າພະເຈົ້າຕາງໜ້າຄອບຄົວ ພົມວິຫານ ແລະ ຍາດພີ່ນ້ອງ-ລູກຫຼານ ຂອງຄອບຄົວ ພົມວິຫານ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານຜູ້ນໍາພັກ-ລັດ, ອົງການຈັດຕັ້ງທຸກຂັ້ນ ບັນດາທ່ານ ແຂກທີ່ມີກຽດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະເວລາ ອັນມີຄ່າຂອງທ່ານມາເຂົ້າຮ່ວມ ພິທີຊາປະນະກິດລະດັບຊາດໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫານ ຜູ້ເປັນລູກ, ເປັນສາມີ, ເປັນອ້າຍ, ເປັນພໍ່, ເປັນພໍ່ເຖົ້າ, ເປັນລຸງ, ເປັນອາວ ຂອງພວກຂ້າພະເຈົ້າ...








