ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ອຳນວຍການອົງການດີດີວີ ອິນເຕີເນຊັນນໍ ປະຈຳອາຊີຕາເວັນອອກສ່ຽງໃຕ້
11/08/2026

ໃນວັນທີ 7 ສິງຫາ 2026 ທີ່ຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກຂອງ ທ່ານ ອູເວ ກາດເທັນເລເກີ (Uwe Gartenschlaeger) ຜູ້ອຳນວຍການອົງການ ດີດີວີ ອິນເຕີເນຊັນນໍ (DVV International) ປະຈຳອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍຄະນະ ເພື່ອທົບທວນຜົນການຮ່ວມມື ແລະ ທິດທາງການພັດທະນາວຽກງານການຮຽນຮູ້ຕະຫຼອດຊີວິດໃນຂະແໜງການສຶກສາ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ຍາວນານຂອງ ອົງການດີດີວີ ອິນເຕີເນຊັນນໍ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ. ການຮ່ວມມືຢ່າງຕໍ່ເນື່ອງກັບ ກົມການສຶກສານອກໂຮງຮຽນ ໄດ້ຍົກໃຫ້ເຫັນຜົນງານອັນສຳຄັນຫຼາຍຢ່າງ ເປັນຕົ້ນແມ່ນ ການປະກາດໃຊ້ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ການພັດທະນາເຄື່ອງມືການຮຽນຮູ້ແບບດິຈິຕອນຜ່ານລະບົບທຽບເທົ່າ, ການສອດແຊກເນື້ອໃນການຮຽນຮູ້ຕະຫຼອດຊີວິດເຂົ້າໃນການສ້າງຄູ, ການສ້າງສູນການຄົ້ນຄວ້າການຮຽນຮູ້ຕະຫຼອດຊີວິດ ລວມທັງການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນການສຶກສານອກໂຮງຮຽນ.
ພ້ອມດຽວກັນນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ເຫັນດີເປັນເອກະພາບຕໍ່ກັບບັນດາຂໍ້ສະເໜີສຳຄັນ, ໂດຍສະເພາະການສ້າງສູນຄົ້ນຄວ້າການຮຽນຮູ້ຕະຫຼອດຊີວິດ ຢູ່ ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ ໂດຍຕັ້ງໜ້າລໍຖ້າພິທີເປີດທີ່ຈະຈັດຂຶ້ນໃນວັນທີ 26 ສິງຫາ 2026 ນີ້, ພ້ອມທັງສະໜັບສະໜູນການກຳນົດພາລະບົດບາດອັນຈະແຈ້ງ ເພື່ອໃຫ້ສູນດັ່ງກ່າວໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ; ການຫັນເປັນດິຈິທອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສານອກໂຮງຮຽນ ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແລະ ບຸກຄະລາກອນການສຶກສານອກໂຮງຮຽນ ຂັ້ນແຂວງ, ຂັ້ນເມືອງ ແລະ ສູນການຮຽນຮູ້ຊຸມຊົນ ເພື່ອສະໜອງການຮຽນຮູ້ທີ່ຍືນຍົງ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງ, ລວມທັງການພັດທະນາເຄື່ອງມືການຮຽນ-ການສອນແບບດິຈິຕອນ.
ໃນໄລຍະທີ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ກຳລັງສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030), ກະຊວງສຶກສາທິການ ແລະ ກິລາ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຈາກ DVV International ໃນ 4 ວຽກງານຫຼັກ ຄື: ເພື່ອຊ່ວຍເຫຼືອເດັກ ແລະ ຊາວໜຸ່ມ ທີ່ຢູ່ນອກໂຮງຮຽນ ຫຼື ປະລະການຮຽນ ໃຫ້ມີໂອກາດເຂົ້າເຖິງການສຶກສາ, ຍົກລະດັບວິຊາຊີບ ແລະ ມີຊີວິດທີ່ດີຂຶ້ນ; ເພື່ອໃຫ້ທຸກຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ສະຖານການສຶກສາ ຜັນຂະຫຍາຍເຂົ້າໃນຊີວິດຕົວຈິງ ໂດຍສະເພາະການຈັດກອງປະຊຸມຂອງຄະນະກຳມະການວ່າດ້ວຍການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ ໃຫ້ເປັນປົກກະຕິ; ສ້າງຂະບວນການໂຄສະນາຢ່າງກວ້າງຂວາງ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຫັນຄຸນຄ່າຕໍ່ການພັດທະນາເສດຖະກິດ-ສັງຄົມ; ເພື່ອແລກປ່ຽນບົດຮຽນກ່ຽວກັບການສຶກສາຜູ້ໃຫຍ່, ການຮຽນຮູ້ຕະຫຼອດຊີວິດ ແລະ ການສ້າງ “ເມືອງແຫ່ງການຮຽນຮູ້” (Learning Cities) ເພື່ອນຳມາປັບໃຊ້ຢູ່ ສປປ ລາວ.
ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ເຖິງອົງການ DVV International, ກະຊວງເພື່ອການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນ ເຢຍລະມັນ (BMZ) ພ້ອມດ້ວຍບັນດາຄູ່ຮ່ວມງານ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ.
ສຳລັບອົງການ DVV International ປະຕິບັດງານ ໃນລະດັບສາກົນຂອງ ສະມາຄົມການສຶກສາຜູ້ໃຫຍ່ ເຢຍລະມັນ (DVV) ເຊິ່ງເປັນຜູ້ສະໜອງການສຶກສາຕໍ່ເນື່ອງທີ່ໃຫຍ່ທີ່ສຸດໃນປະເທດເຢຍລະມັນ (ມີສູນການສຶກສາຜູ້ໃຫຍ່ ຫຼື Volkshochschulen ປະມານ 850 ແຫ່ງ). DVV International ມີບົດບາດເປັນອົງການວິຊາຊີບຊັ້ນນຳໃນຂົງເຂດການສຶກສາຜູ້ໃຫຍ່ ແລະ ການຮ່ວມມືເພື່ອການພັດທະນາ ມາເປັນເວລານານກວ່າ 50 ປີ ໂດຍມີເຄືອຂ່າຍຮ່ວມມືກັບ 200 ກວ່າພາກສ່ວນ ໃນ 30 ກວ່າປະເທດ ທົ່ວໂລກ.
ພາບ-ຂ່າວໂດຍ: ການຈະນາ
ຂ່າວທີ່ກ່ຽວຂ້ອງ















