ບົດກ່າວຄໍາຂອບໃຈ

(ຕາງໜ້າຄອບຄົວ ພົມວິຫານ)
ຂໍນ້ອມນະມັດສະການພະເຖລານຸເຖລະ.
ຮຽນ: ບັນດາທ່ານຜູ້ນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
ບັນດາທ່ານທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖື!
ຂ້າພະເຈົ້າຕາງໜ້າຄອບຄົວ ພົມວິຫານ ແລະ ຍາດພີ່ນ້ອງ-ລູກຫຼານ ຂອງຄອບຄົວ ພົມວິຫານ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານຜູ້ນໍາພັກ-ລັດ, ອົງການຈັດຕັ້ງທຸກຂັ້ນ ບັນດາທ່ານ ແຂກທີ່ມີກຽດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະເວລາ ອັນມີຄ່າຂອງທ່ານມາເຂົ້າຮ່ວມ ພິທີຊາປະນະກິດລະດັບຊາດໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫານ ຜູ້ເປັນລູກ, ເປັນສາມີ, ເປັນອ້າຍ, ເປັນພໍ່, ເປັນພໍ່ເຖົ້າ, ເປັນລຸງ, ເປັນອາວ ຂອງພວກຂ້າພະເຈົ້າ ທີ່ໄດ້ລ່ວງລັບໄປ.
ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງທ່ານ ໄຊສົມພອນ ພົມວິຫານ ເປັນການ ສູນເສຍ ອັນໃຫຍ່ຫຼວງ ຫາອັນປຽບບໍ່ໄດ້ຂອງຄອບຄົວ ພົມວິຫານ ພວກຂ້າພະເຈົ້າ.
ບັນດາທ່ານທີ່ນັບຖື!
ໃນທ່າມກາງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຂອງພວກຂ້າພະເຈົ້ານີ້ ໄດ້ມີການຈັດຕັ້ງພັກ-ລັດ, ບັນດາທ່ານ ເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ ໄດ້ຢູ່ຄຽງຂ້າງແບ່ງເບົາຄວາມທຸກໂສກ ແລະ ໄດ້ໃຫ້ຄວາມອົບອຸ່ນ, ໃຫ້ ກໍາລັງໃຈແກ່ຄອບຄົວຂອງພວກຂ້າພະເຈົ້າ ທັງໄດ້ສົມທົບວັດຖຸປັດໄຈ, ເຫື່ອແຮງ ແລະ ສະຫຼະເວລາອັນມີຄ່າຂອງບັນດາທ່ານ ໃນການຫ້າງຫາກະກຽມ ເຮັດ ໃຫ້ການຈັດງານຊາປະນະກິດ ໄດ້ດໍາເນີນໄປຢ່າງສົມກຽດ.
ຕາງໜ້າຄອບຄົວ ພົມວິຫານ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ເປັນຢ່າງຍິ່ງ ຕໍ່ ບັນດາທ່ານຜູ້ນໍາພັກ-ລັດ, ຄະນະຮັບຜິດຊອບພິທີຊາປະນະກິດ ລະດັບຊາດ, ຍາດພີ່ນ້ອງ, ເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ, ແຂກທີ່ມີກຽດ ແລະ ປະຊາຊົນລາວບັນດາເຜົ່າ, ພິເສດ ພວກຂ້າພະເຈົ້າຮູ້ສຶກຊາບຊຶ້ງ ຕໍ່ຄວາມເອົາໃຈໃສ່ ທີ່ໄດ້ທຸ່ມເທເຫື່ອແຮງ ຂອງແພດໝໍທັງພາຍໃນ ແລະ ຕ່າງປະເທດ ໃນການເບິ່ງແຍງ, ປິ່ນປົວຕະຫຼອດ ໄລຍະເວລາຜ່ານມາ. ພວກຂ້າພະເຈົ້າ ຂໍຈາລຶກບຸນຄຸນອັນລົ້ນເຫຼືອດັ່ງກ່າວ ຕະຫຼອດໄປ ແລະ ຂໍໃຫ້ ຄໍາໝັ້ນສັນຍາວ່າ ຈະຫັນເອົາການສູນເສຍອັນໃຫຍ່ຫຼວງນີ້ ເປັນກໍາລັງໃຈ ສືບຕໍ່ເຕົ້າໂຮມຄວາມສາມັກຄີ ເດີນຕາມເສັ້ນທາງ ແລະ ອຸດົມການຂອງພັກ ຕະຫຼອດໄປ.
ຕາງໜ້າຄອບຄົວ ພົມວິຫານ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ເປັນຢ່າງຍິ່ງ ຕໍ່ ບັນດາທ່ານຜູ້ນໍາພັກ-ລັດ, ຄະນະຮັບຜິດຊອບພິທີຊາປະນະກິດ ລະດັບຊາດ, ຍາດພີ່ນ້ອງ, ເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ, ແຂກທີ່ມີກຽດ ແລະ ປະຊາຊົນລາວບັນດາເຜົ່າ, ພິເສດ ພວກຂ້າພະເຈົ້າຮູ້ສຶກຊາບຊຶ້ງ ຕໍ່ຄວາມເອົາໃຈໃສ່ ທີ່ໄດ້ທຸ້ມເທເຫື່ອແຮງ ຂອງແພດໝໍທັງພາຍໃນ ແລະ ຕ່າງປະເທດ ໃນການເບິ່ງແຍງ, ປິ່ນປົວຕະຫຼອດ ໄລຍະເວລາຜ່ານມາ. ພວກຂ້າພະເຈົ້າ ຂໍຈາລຶກບຸນຄຸນອັນລົ້ນເຫຼືອດັ່ງກ່າວ ຕະຫຼອດໄປ ແລະ ຂໍໃຫ້ຄໍາໝັ້ນສັນຍາວ່າ ຈະຫັນເອົາການສູນເສຍອັນໃຫຍ່ຫຼວງນີ້ ເປັນກໍາລັງໃຈ ສືບຕໍ່ເຕົ້າໂຮມຄວາມສາມັກຄີ ເດີນຕາມເສັ້ນທາງ ແລະ ອຸດົມການຂອງພັກ ຕະຫຼອດໄປ.
ຂໍອວຍພອນໄຊອັນປະເສີດມາຍັງຜູ້ນໍາພັກ-ລັດ, ບັນດາທ່ານແຂກທີ່ມີກຽດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມາຮ່ວມງານ ຊາປະນະກິດ ຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ຄວາມຈະເລີນ ດ້ວຍອາຍຸ ວັນນະ ສຸຂາພາລະ ດ້ວຍເທີ້ນ.
ພ້ອມນີ້ ຂໍແຈ້ງຂ່າວໃຫ້ຊາບວ່າ: ວັນທີ 13 ສິງຫາ 2026 ເປັນມື້ຫ້າງຫາກະກຽມເຮັດບຸນກິນທານ, ວັນທີ 14 ສິງຫາ 2026 ເປັນມື້ຕັກບາດຖວາຍສັງຄະທານພຣະສົງ 23 ອົງ, ສະຖານທີ່: ຫໍປະຊຸມແຫ່ງຊາດ.
ສະນັ້ນ, ຂໍຮຽນເຊີນບັນດາທ່ານເຂົ້າຮ່ວມເຮັດບຸນກິນທານນໍາຄອບຄົວ ຂອງພວກຂ້າພະເຈົ້າດ້ວຍ.
(ຂໍຂອບໃຈ)
ຂ່າວທີ່ກ່ຽວຂ້ອງ












