Skip to main content

ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ກຽມສືບຕໍ່ເປັນເຈົ້າພາບຈັດການແຂ່ງຂັນປິ່ງປ່ອງ ຊີງແຊ້ມອາຊຽນ 2027 ຫຼັງປະສົບຜົນສຳເລັດຈັດງານລະດັບໂລກ

ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ “WTT Youth Contender Vientiane 2026” (ຄັ້ງທີ 4) ແລະ “WTT Feeder Series” (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ເຊິ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ...

Continue reading

ການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນຕ່າງໆ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 9 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະຊວງ, ສໍານັກງານ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ການວາງພວງມາລາຄັ້ງນີ້ ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະ ຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະ...

Continue reading

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 9 ສິງຫາ 2026, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ. ການເຂົ້າວາງພວງມາລາ ແລະ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ...

Continue reading

ສະຫາຍເລຂາທິການໃຫຍ່ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ. ໂອກາດນີ້, ສະຫາຍ ທອງລຸນ...

Continue reading

ການນຳກະຊວງສຶກສາທິການ ແລະ ກິລາ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າວັນທີ 10 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ການນຳກະຊວງສຶກສາທິການ ແລະ ກິລາ ນຳໂດຍ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານຂັ້ນສູງອາວຸໂສບຳນານ ແລະ ຄະນະ ໄດ້ເຂົ້າວາງພວງມາລາ ເພື່ອໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ. ສະຫາຍ...

Continue reading

ສຶກສາຊີວະປະຫວັດ: ສະຫາຍ ປອ. ໄຊສົມພອນ ພົມວິຫານ (12 ທັນວາ 1956 – 8 ສິງຫາ 2026)

I. ຂໍ້ມູນສ່ວນຕົວ: * ຊື່ ແລະ ນາມສະກຸນ: ສະຫາຍ ປອ. ໄຊສົມພອນ ພົມວິຫານ (Xaysomphone Phomvihane) * ວັນ, ເດືອນ, ປີເກີດ: 12 ທັນວາ 1956 * ບ້ານເກີດ: ບ້ານນາໝໍ້, ເມືອງວຽງໄຊ, ແຂວງຫົວພັນ * ວັນທີເສຍຊີວິດ: 8 ສິງຫາ 2026, ເວລາ 11:18 ໂມງ, ລວມອາຍຸໄດ້ 69 ປີ * ຊົນເຜົ່າ: ລາວ * ບິດາ: ສະຫາຍ ໄກສອນ ພົມວິຫານ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ອະດີດປະທານປະເທດ * ມານດາ: ທ່ານນາງ ທອງວິນ ພົມວິຫານ ສະຫາຍ ດຣ. ໄຊສົມພອນ ພົມວິຫານ ເປັນພະນັກງານນຳພາຂັ້ນສູງຂອງພັກ ແລະ ລັດ ຜູ້ມີປະສົບການຮອບດ້ານ ແລະ ໄດ້ຜ່ານການຮັບຜິດຊອບວຽກງານສຳຄັນຫຼາຍຂົງເຂດ ທັງວຽກງານທ້ອງຖິ່ນ, ວຽກງານລັດຖະບານ, ວຽກງານພັກ, ວຽກງານສະພາແຫ່ງຊາດ ແລະ ວຽກງານມະຫາຊົນ....

Continue reading

ສະຖານທູດລາວ ປະຈຳ ສສ ຫວຽດນາມ ວາງພວງມາລາໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າວັນທີ 10 ສິງຫາ 2026 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຄະນະພັກ, ຄະນະນຳ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ວາງພວງມາລາ ແລະ ຂຽນປື້ມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດ ໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ. ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ...

Continue reading

ຜູ້ອຳນວຍການ ແລະ ຄູສອນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ 8 ແຫ່ງ ນວ ຮັບການຝຶກອົບຮົມສ້າງແຜນການສອນ ແບບແກ້ໄຂບັນຫາຕົວຈິງ

ກອງປະຊຸມຝຶກອົບຮົມ ແລະ ສ້າງແຜນການສອນຄະນິດສາດແບບແກ້ໄຂບັນຫາຕົວຈິງ (TTP / SEA-PLM) ສຳລັບຊັ້ນປະຖົມສຶກສາ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປັນຍາ ຈັນທະວົງ ຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສິດທັດຖາ ໄຕແກ້ວພິທູນ ຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ ຟູຈິ ໂຕຊິອາກິລະ ຊ່ຽວຊານຈາກປະເທດຍີ່ປຸ່ນ ພ້ອມດ້ວຍທີມງານ, ບັນດາຜູ້ອຳນວຍການໂຮງຮຽນທັງ 8 ແຫ່ງພາຍໃນນະຄອນຫຼວງວຽງຈັນ, ຕາງໜ້າຈາກພະນັກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຕາງໜ້າຈາກກົມສາມັນສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ,...

Continue reading