Skip to main content

ສະພາແຫ່ງຊາດຫວຽດນາມ ສະຫງົບນີ້ງ 1 ນາທີ ໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໃນຕອນເຊົ້າວັນທີ 10 ສິງຫາ 2026 ພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແລະ ການຊີ້ນຳຂອງທ່ານ ນາງ ຫງວຽນ ຖິ ແທັງ ຮອງປະທານສະພາແຫ່ງຊາດ; ກ່ອນການເລີ່ມຕົ້ນວາລະພິຈາລະນາຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍໃນລະດັບຮາກຖານ (ສະບັບປັບປຸງ), ສະພາແຫ່ງຊາດ ໄດ້ໄວ້ອາໄລ 1 ນາທີ ເພື່ອລະນຶກເຖິງທ່ານ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດລາວ ເຊິ່ງທ່ານແມ່ນຜູ້ນຳທີ່ມີບົດບາດສຳຄັນໃນການສືບທອດ, ບຳລຸງສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ...

Continue reading

ສະຖານທູດລາວ ປະຈໍາ ສປ ຈີນ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 10 ສິງຫາ 2026 ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ ປປ ລາວ, ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໂດຍມີ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍບັນດາພະນັກງານສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວທີ່ພວມປະຕິບັດໜ້າທີ່ ຢູ່ ສປ ຈີນ ແລະ ນັກຮຽນນັກສຶກສາລາວ ເຂົ້າຮ່ວມ. ການຈັດພິທີໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ...

Continue reading

ປະທານສະພາແຫ່ງຊາດກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫາ 2026, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໄດ້ເຂົ້າວາງພວງມາລາ ເພື່ອໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ. ການເຂົ້າວາງພວງມາລາ ໄວ້ອາໄລ ໃນຄັ້ງນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມອາໄລອາວອນ ຂອງພັກ ລັດ ແລະ ປະຊາຊົນກຳປູເຈຍ ຕໍ່ການຈາກໄປຂອງຜູ້ນໍາທີ່ສໍາຄັນຂອງ ສປປ ລາວ ພ້ອມທັງສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ...

Continue reading

ສສກ ແລະ ລັດຖະບານອົດສະຕຣາລີ ຮ່ວມມືໄລຍະຍາວ ເພື່ອສົ່ງເສີມການຮຽນຂັ້ນພື້ນຖານ ໃນ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຢືນຢັນອີກຄັ້ງກ່ຽວກັບການຮ່ວມມືອັນໜັກແໜ້ນ ແລະ ຍາວນານ ໂດຍຜ່ານການຂະຫຍາຍເວລາຂອງແຜນງານບີຄວາ ໄປຈົນເຖິງເດືອນມິຖຸນາ 2028. ການຕັດສິນໃຈດັ່ງກ່າວ ໄດ້ຮັບການຮັບຮອງໃນກອງປະຊຸມຄະນະກຳມະການຊີ້ນຳແຜນງານບີຄວາ ທີ່ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ. ນອກນີ້, ຍັງມີຜູ້ເຂົ້າຮ່ວມປະມານ 70 ທ່ານ ຈາກກົມກອງຂອງກະຊວງສຶກສາທິການ ແລະ ກິລາ, ບັນດາຮອງເຈົ້າແຂວງ 18 ແຂວງ,...

Continue reading

ລາວ-ຫວຽດນາມ ສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານການພັດທະນາວຽກງານການສຶກສາ

ໃນວັນທີ 5 ສິງຫາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສຈ.ປອ ເລ ແອງ ວິນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ມີທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນວິທະຍາສາດການສຶກສາ, ພ້ອມດ້ວຍບັນດາຮອງຫົວໜ້າກົມທີ່ກ່ຽວຂ້ອງເຂົ້າຮ່ວມ. ການພົບປະດັ່ງກ່າວ ໄດ້ມີການລາຍງານ ແລະ ສັງລວມຜົນການລົງເກັບກຳຂໍ້ມູນຕົວຈິງ ໃນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU)...

Continue reading

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ 52 ທ່ານ

ໃນເຊົ້າວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ...

Continue reading

ອຸດົມໄຊ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ສົກຮຽນ 2025-2026

ໃນລະຫວ່າງວັນທີ 6-7 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025–2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີ ພຣະອາຈານ ສີແພງ ວົງພະຈິດ ຄະນະບໍລິຫານງານປະຈຳການພຸດທະສາສະໜາສຳພັນລາວ ແຂວງອຸດົມໄຊ, ຫົວໜ້າກຳມະທິການສຶກສາສົງແຂວງ ພ້ອມດວ້ຍຄະນະກຳມະການປົກຄອງເມືອງ ຈາກ 7 ເມືອງ, ອະດີດການນຳຂະແໜງການສຶກສາ, ຜູ້ຊົງຄຸນວຸດທິ, ຄະນະພະແນກ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ເມືອງ,...

Continue reading

“ສິລິໄຊ ວົງສຳພັນ” ຕົວແທນຊາວໜຸ່ມລາວຄົນທຳອິດ ຮັບການແຕ່ງຕັ້ງເປັນຜູ້ນຳຊາວໜຸ່ມ GPE ລະດັບໂລກ

ນັບເປັນອີກໜຶ່ງເຫດການປະຫວັດສາດ ແລະ ຄວາມພາກພູມໃຈອັນຍິ່ງໃຫຍ່ຂອງປະເທດລາວ ເມື່ອ ທ່ານ ກິໂນ ຫຼື ສິລິໄຊ ວົງສຳພັນ (Sirisay Vongsamphanh) ນັກເຄື່ອນໄຫວດ້ານຊາວໜຸ່ມຜູ້ມີຜົນງານໂດດເດັ່ນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ນຳຊາວໜຸ່ມ (Youth Leader) ຄົນທຳອິດຈາກ ສປປ ລາວ ຂອງອົງການ Global Partnership for Education (GPE). ການກ້າວເຂົ້າຮ່ວມເຄືອຂ່າຍຜູ້ນຳຊາວໜຸ່ມລະດັບໂລກໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍູ້ດັນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບການສຶກສາ ພ້ອມທັງເປີດໂອກາດໃຫ້ “ສຽງຂອງຊາວໜຸ່ມລາວ” ໄດ້ຮັບການຮັບຟັງຢ່າງມີຄວາມໝາຍໃນເວທີການກຳນົດນະໂຍບາຍ ແລະ ການຕັດສິນໃຈດ້ານການສຶກສາໃນລະດັບສາກົນ. #ອົງການ GPE ແມ່ນໃຜ? ແລະ...

Continue reading