Skip to main content

ສກຂ ສະຫວັນນະເຂດ ສືບຕໍ່ຮ່ວມມືກັບມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ໃນການກໍ່ສ້າງຊັບພະຍາກອນມະນຸດ

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ສສ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະນຳພະແນກ ຕະຫຼອດຮອດບັນດາຫົວໜ້າຂະແໜງການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ຂະນະທີ່ຝ່າຍມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ຕາງໜ້າໂດຍ ທ່ານ ເຈິ່ນດຶກມິງ ຮອງອະທິການບໍດີມະຫາວິທະຍາໄລພ້ອມດ້ວຍຄະນະ. ການພົບປະໃນຄັ້ງນີ້ ແມ່ນເພື່ອສືບຕໍ່ການຮ່ວມມືກໍ່ສ້າງນັກສຶກສາລາວ ລະຫວ່າງສອງພາກສ່ວນ...

Continue reading

ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ. ພິທີລົງນາມເຊັນສັນຍາການຮ່ວມມືກັນຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານກະຊວງ ສສກ (ເຂດຕຶກເຈົ້າອານຸວົງ) ລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Trần Thị Quế Chi) ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ...

Continue reading

ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍສາມັນສຶກສາ ແລະ ນອກໂຮງຮຽນ (Focal Group 2) ຄັ້ງທີ 10 ປະຈຳປີ 2026 ເພື່ອຊຸກຍູ້ການປັບປຸງຄຸນນະພາບການສຶກສາ ໃນວັນທີ 27 ມັງກອນ 2026 ທີ່ຫ້ອງປະຊຸມສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເປັນປະທານຮ່ວມເຂົ້າຮ່ວມຂອງ ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ແລະ ທ່ານ ນາງ ດອກແກ້ວ ພົນທະຈິດ ຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ນາງ ຕາກາໂຮະ ຟູກາມິ (Takaho Fukami) ຫົວໜ້າພາກສ່ວນການສຶກສາ ອົງການ ອຸຍນີເຊັບ (UNICEF) ປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກອົງການ SCI, ອົງການ DVV ຕະຫຼອດຮອດບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ຫົວໜ້າພະແນກ,...

Continue reading

ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມກວດກາ ລະຫວ່າງ ທ່ານ ປອ ຈັນທະວົງ ປັນຍາສີລິ ຜູ້ເກົ່າ ແລະ ທ່ານ ຄຳແສນ ໄຊຍະວົງ ຜູ້ໃໝ່ ຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານ ກະຊວງ ສສກ (ເຂດສີສະເກດ) ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ກຳມະການປະຈຳພັກກະຊວງ, ປະທານຄະນະກວດກາພັກກະຊວງ ທັງເປັນຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ປອ ຈັນທະວົງ ປັນຍາສີລິ ຫົວໜ້າກົມກວດກາ ຜູ້ເກົ່າ...

Continue reading

ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ ຢູ່ ສປປ ລາວ ເພື່ອຍົກລະດັບຄວາມສາມາດໃນການສິດສອນພາສາອັງກິດໃຫ້ແກ່ຄູ-ອາຈານໃນລາວ, ການປັບປຸງຫຼັກສູດ ແລະ ສື່ການຮຽນ-ການສອນ ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດອີກດ້ວຍ. ໃນວັນທີ 29 ກໍລະກົດ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ວ່າດ້ວຍການຮ່ວມມືໃນໂຄງການຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ...

Continue reading

ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026

ໃນວັນທີ 21 ກໍລະກົດ 2026, ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ສສພຊ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຊຸດຝຶກອົບຮົມຕາມໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ (ສພລ) ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄຳ ຜູ້ອຳນວຍການ ສສພຊ ແລະ ທ່ານ ພົມມາ ໄຊຍະວົງ ຮັກສາການຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ມີບັນດາຄູຝຶກ, ວິຊາການຈາກ ສສພຊ ແລະ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຄູລະບົບຕໍ່ເນື່ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນງານດັ່ງກ່າວ, ທ່ານ ຮສ.ປອ...

Continue reading

ຈຳປາສັກ ພ້ອມເຂົ້າຮ່ວມແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026

ປັດຈຸບັນທັກບັກກິລາກະຕໍ້ ແຂວງຈຳປາສັກ ຮຸ່ນເຍົາວະຊົນອາຍຸບໍ່ເກີນ 16 ປີ ພ້ອມດ້ວຍຄະນະນຳ ແລະ ຄູຝຶກ ນຳໂດຍ ທ່ານ ໂອດານ ໄຊຍະລາດ ປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ຢ່າງເປັນທາງການແລ້ວ ໃນວັນທີ 28 ກໍລະກົດ ຜ່ານມາ ເພື່ອສົມທົບກັບທີມຊຸດໃຫຍ່ທີ່ຝຶກຊ້ອມຢູ່ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ຊີງຂັນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2026 ໂດຍສົ່ງເຂົ້າຮ່ວມ 3 ລາຍການ ແລະ ຕັ້ງເປົ້າໝາຍສູ້ຊົນຄວ້າແຊ້ມມາຄອງໃຫ້ໄດ້ຢ່າງໜ້ອຍ 1 ລາຍການ.ທ່ານ ໂອດອນ ໄຊຍະສາດ ປະທານສະຫະພັນກີລາກະຕໍ້ ແຂວງຈຳປາສັກ ທັງເປັນຫົວໜ້າຄູຝຶກ ໄດ້ໃຫ້ສໍາພາດວ່າ:...

Continue reading

ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ນະຄອນໂຮ່ຈີມິນ ແຫ່ງ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດໂຄງການເພດສຶກສາ ແລະ ທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວ. ພິທີລົງນາມເຊັນສັນຍາການຮ່ວມມືກັນຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ທີ່ສຳນັກງານກະຊວງ ສສກ (ເຂດຕຶກເຈົ້າອານຸວົງ) ລະຫວ່າງ ທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເຈີ່ນ ທິ ເກວ້ ຈີ່ (Trần Thị Quế Chi)...

Continue reading