ລາວ-ກູບາ ສືບຕໍ່ຮ່ວມພັດທະນາວຽກງານກິລາ-ກາຍຍະກຳ ກ້າວທັນລະດັບສາກົນ
ລັດຖະບານ ສປປ ລາວ ແລະ ລັດຖະບານ ສ.ກູບາ ສືບຕໍ່ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນທາງດ້ານວຽກງານກິລາ-ກາຍຍະກຳ ໃນ ສປປ ລາວ ຂຶ້ນໃນວັນທີ 29 ມິຖຸນາ 2026 ນີ້ ທີ່ສຳນັກກະຊວງສຶກສາທິການ ແລະ ກິລາ (ສສກ) ໃຫ້ກຽດລົງນາມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາແລມປິກແຫ່ງຊາດ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດ ແລະ ທ່ານ ນາງ ແອນນາ ອີ ວຽນ ວັນເດດ (Enna E. Viant Valdes) ເອກອັກຄະລັດຖະທູດສາທາລະນະລັດ ກູບາ ປະຈຳ ສປປ ລາວ, ມີຫົວໜ້າກົມຮ່ວມມືກັບຕ່າງປະເທດ, ຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ...








