Skip to main content

ຄອບຄົວທູດ “ສາກົນນິຍົມ” ມອບປຶ້ມ “ຈົດໝາຍເຖິງຫຼານ” ໃຫ້ 22 ໂຮງຮຽນ ໃນນະຄອນຫຼວງວຽງຈັນ

06/07/2026
ໃນຕອນບ່າຍວັນທີ 29 ມິຖຸນາ 2026 ທີ່ສະຖາບັນການຕ່າງປະເທດ ໄດ້ມີພິທີມອບ-ຮັບປຶ້ມ “ຈົດໝາຍເຖິງຫຼານ” (Letters to Grandchildren) ສະບັບພາສາລາວ ແລະ ພາສາອັງກິດ ຢ່າງເປັນທາງການ ໂດຍການອຸປະຖຳ ແລະ ມອບຂອງຄອບຄົວ ທ່ານ ທູດ ສຸທຳ ສາກົນນິຍົມ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ ເພື່ອແຈກຢາຍໃຫ້ແກ່ຫ້ອງສະໝຸດຂອງໂຮງຮຽນມັດທະຍົມສົມບູນລາວ ແລະ ໂຮງຮຽນນານາຊາດ ຈຳນວນ 22 ແຫ່ງ ທົ່ວນະຄອນຫຼວງວຽງຈັນ ລວມມູນຄ່າການອຸປະຖຳໃນຄັ້ງນີ້ທັງໝົດ 32,250,000 ກີບ ໂດຍມີຄູ-ອາຈານ, ຜູ້ບໍລິຫານການສຶກສາ ແລະ ຕົວແທນນັກຮຽນເຂົ້າຮ່ວມຫຼາຍກວ່າ 100 ຄົນ.
ໂອກາດນີ້, ທ່ານ ທູດ ມະໄລວຽງ ສາກົນນິຍົມ ໄດ້ກ່າວວ່າ: ປຶ້ມ “ຈົດໝາຍເຖິງຫຼານ” ແມ່ນຜົນງານການປະພັນອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເນື້ອໃນແມ່ນການຮວບຮວມເອົາແນວຄິດ, ປະສົບການຕົວຈິງ, ຄຳສອນ ແລະ ທັດສະນະຄະຕິໃນການດຳລົງຊີວິດອັນດີງາມ ເພື່ອເປັນເຂັມທິດຊີ້ທາງໃຫ້ແກ່ເຍົາວະຊົນ, ຊາວໜຸ່ມ ແລະ ນັກຮຽນຄົນຮຸ່ນຫຼັງ.
ໃນໂອກາດດຽວກັນນີ້, ຕົວແທນນັກຮຽນຈາກໂຮງຮຽນຕ່າງໆ ໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພະນະທ່ານປະທານປະເທດ ຜູ້ຊົງຄຸນວຸດທິທີ່ໄດ້ຮຽບຮຽງປຶ້ມເຫຼັ້ມນີ້ຂຶ້ນມາ ເພື່ອເປັນທຶນທາງປັນຍາໃຫ້ແກ່ເຍົາວະຊົນ ພ້ອມທັງສະແດງຄວາມຂອບໃຈມາຍັງ ຄອບຄົວທ່ານທູດ ສາກົນນິຍົມ ທີ່ໄດ້ມີຈິດໃຈເອື້ອເຟື້ອເພື່ອແຜ່ນຳເອົາປຶ້ມດີໆ ທີ່ມີຄຸນຄ່າມາແບ່ງປັນໃຫ້ແກ່ນັກຮຽນໄດ້ຄົ້ນຄວ້າຮ່ຳຮຽນ.
ໂດຍຕົວແທນນັກຮຽນໄດ້ກ່າວຄວາມຮູ້ສຶກບາງຕອນວ່າ: “ພວກຫຼານຖືວ່າປຶ້ມຫົວນີ້ຄືຊັບສົມບັດອັນລ້ຳຄ່າ ແລະ ເປັນມູນມໍລະດົກທາງປັນຍາ ທີ່ຈະນຳໄປໃຊ້ເປັນແຮງບັນດານໃຈໃນການບຸກບືນ, ດຸໝັ່ນຮ່ຳຮຽນ ເພື່ອກາຍເປັນພົນລະເມືອງດີ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ. ໂດຍສະເພາະຄຳຄົມທີ່ວ່າ ‘ຊີວິດຕ້ອງສູ້ ແລະ ຕໍ່ສູ້ເພື່ອມີຊີວິດ’ ແມ່ນໄດ້ສ້າງຄວາມປະທັບໃຈ ແລະ ເປັນແຮງຊຸກດັນອັນຍິ່ງໃຫຍ່ ໃຫ້ພວກຫຼານບໍ່ຍອມທໍ້ຖອຍຕໍ່ທຸກອຸປະສັກໃນການຮຽນ ແລະ ການດຳລົງຊີວິດ.”
ການມອບປຶ້ມໃນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມວັດທະນະທຳການອ່ານໃນໝູ່ນັກຮຽນເທົ່ານັ້ນ, ແຕ່ຍັງເປັນການສ້າງໂອກາດໃນການພັດທະນາທັກສະດ້ານພາສາ ຜ່ານປຶ້ມສະບັບສອງພາສາ (ລາວ-ອັງກິດ) ເຊິ່ງຈະຊ່ວຍໃຫ້ນັກຮຽນທັງໂຮງຮຽນພາຍໃນ ແລະ ໂຮງຮຽນນານາຊາດ ສາມາດເຂົ້າເຖິງແນວຄິດ ແລະ ຄຳສອນດີໆ ເຫຼົ່ານີ້ໄດ້ຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
ພາຍຫຼັງສຳເລັດພິທີ, ຄອບຄົວທ່ານທູດ ຍັງໄດ້ມອບປຶ້ມດັ່ງກ່າວໃຫ້ກັບບັນດາສື່ມວນຊົນພາກສ່ວນຕ່າງໆ ເພື່ອໄປສືບຕໍ່ສຶກສາ, ຄົ້ນຄວ້າ ແລະ ນຳສະເໜີເຜີຍແຜ່ ເພື່ອສົ່ງຕໍ່ແຮງບັນດານໃຈອັນຊົງຄຸນຄ່ານີ້ສູ່ເຍົາວະຊົນ, ຊາວໜຸ່ມ ກໍຄືສັງຄົມໃນວົງກວ້າງຕື່ມອີກ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ