ກົມແຜນການ ສສກ ປຶກສາຫາລື ວຽກງານໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ
ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລືຮ່ວມກັບກອງເລຂາ, ປະທານ ແລະ ປະທານຮ່ວມໜ່ວຍງານວິຊາການຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນວັນທີ 16 ມິຖຸນາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໄມໂຄ ຄາຣີ (Mr. Michael Currie) ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ເຮເລນ ຄອນເນຟຼີ (Ms. Helen Conefrey) ເລຂານຸການໂທ ຂອງຄະນະຜູ້ຕາງໜ້າສະຫະພາບເອີຣົບ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ...








