Skip to main content

ຈຳປາສັກ ເນັ້ນເຂັ້ມງວດລະບຽບການສອບເສັງ ມ.7 ທົ່ວແຂວງ, ສົກຮຽນນີ້ ມີນັກສອບເສັງ 3 ພັນກວ່າຄົນ

18/06/2026
ແຂວງຈຳປາສັກ ໄດ້ມີພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໃນວັນທີ 17 ມິຖຸນາ 2026 ທີ່ໂຮງຮຽນ ມສ ຊົນເຜົ່າ ນະຄອນປາກເຊ, ເປັນກຽດາເຂົ້າຮ່ວມແລະ ເປີດຊອງຫົວບົດສອບເສັງວິຊາທຳອິດ (ພາສາລາວ-ວັນນະຄະດີ) ຂອງ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ, ທັງເປັນປະທານຄະນະກຳມະການຮັບຜິດຊອບການສອບເສັງຂັ້ນແຂວງ, ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ຮອງປະທານຈັດການສອບເສັງ ແລະ ທ່ານ ບຸນຂົງ ຈັກວົງສາ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ກົມກວດກາ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຈັດການສອບເສັງ. ພ້ອມນີ້ ຍັງມີປະທານຄະນະກຳມະການປົກຄອງນະຄອນປາກເຊ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ຄະນະກຳມະການຍາມຫ້ອງສອບເສັງ ຕະຫຼອດຮອດນັກຮຽນຢ່າງພ້ອມພຽງ.
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ໂດຍຍົກໃຫ້ເຫັນວ່າ ການສຶກສາ ແລະ ການພັດທະນາມະນຸດ ຕາມມາດຕະຖານສາກົນນັ້ນ ບໍ່ໄດ້ເລີ່ມຕົ້ນແຕ່ຢູ່ທີ່ຫ້ອງຮຽນເທົ່ານັ້ນ, ແຕ່ມັນເລີ່ມຕົ້ນຕັ້ງແຕ່ໄລຍະທີ່ມານດາເລີ່ມຕັ້ງຄັນ ເພື່ອບຳລຸງໃຫ້ເດັກທີ່ຈະເກີດມາ ມີຄວາມພ້ອມດ້ານສະຕິປັນຍາ ແລະ ຮ່າງກາຍ. ສະນັ້ນ, ເປົ້າໝາຍສູງສຸດຂອງການສຶກສາ ຄືການສ້າງຄົນໃຫ້ມີຄວາມຮັບຜິດຊອບຕໍ່ປະເທດຊາດ, ຄວາມຮັກຊາດທີ່ແທ້ຈິງຂອງເຍົາວະຊົນ ແລະ ຊາວໜຸ່ມ ແມ່ນສະແດງອອກໃນການຕັ້ງໜ້າຮໍ່າຮຽນໃຫ້ເກັ່ງ, ມີຄຸນສົມບັດ ແລະ ທີ່ສຳຄັນທີ່ສຸດຄື ຕ້ອງສາມາດນຳເອົາຄວາມຮູ້ ແລະ ບົດຮຽນຈາກຕຳລາ ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນຕົວຈິງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມໃຫ້ຈະເລີນກ້າວໜ້າ. ການສອບເສັງຄັ້ງນີ້ ດຳເນີນໄປຕາມຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2987/ສສກ (ລົງວັນທີ 2 ມິຖຸນາ 2026) ແລະ ແຈ້ງການສະບັບເລກທີ 1998/ຫກ (ລົງວັນທີ 13 ມິຖຸນາ 2026) ເຊິ່ງມີຂໍ້ມູນສະຖິຕິການສອບເສັງຈົບຊັ້ນ ມ.7 ມີ 5 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ກຸ່ມວິຊາວິທະຍາສາດທຳມະຊາດ, ວິຊາວິທະຍາສາດສັງຄົມ ແລະ ວິຊາພາສາອັງກິດ. ໂດຍມີໂຮງຮຽນເຂົ້າຮ່ວມສອບເສັງ ຈຳນວນ 82 ແຫ່ງ, ສູນສອບເສັງ 21 ສູນ ລວມທັງໝົດ 158 ຫ້ອງສອບເສັງ, ນັກຮຽນເຂົ້າສອບ 3,241 ຄົນ ຍິງ 1,539 ຄົນ, ໃນນີ້ມີພະສົງ ແລະ ສຳມະເນນ ເຂົ້າຮ່ວມ 54 ອົງ. ເຊິ່ງການສອບເສັງແມ່ນມີຂຶ້ນເອກະພາບກັນທົ່ວປະເທດ ລະຫວ່າງວັນທີ 17-19 ມິຖຸນາ 2026 ນີ້.
ສະນັ້ນ, ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ມີຄວາມຍຸຕິທຳ ແລະ ໄດ້ມາດຕະຖານ, ຄະນະກຳມະການໄດ້ຜ່ານກົດລະບຽບຢ່າງເຂັ້ມງວດ ສຳລັບນັກສອບເສັງ ຕ້ອງມາຮອດສູນສອບເສັງກ່ອນ 20 ນາທີ ແລະ ເຂົ້າຫ້ອງກ່ອນ 15 ນາທີ; ຕ້ອງນຸ່ງເຄື່ອງແບບນັກຮຽນໃຫ້ຖືກຕ້ອງ ແລະ ນັ່ງຕາມເລກໂຕະທີ່ກຳນົດ; ຫ້າມນຳເອົາສິ່ງຕ້ອງຫ້າມ ເຊັ່ນ: ສູດຄິດໄລ່, ຕາຕະລາງທາດມູນເຄມີ, ປຶ້ມຂຽນ, ເຈ້ຍເສດສ່ວນຕົວ ແລະ ໂມງຄອມພິວເຕີເຂົ້າຫ້ອງສອບເສັງເດັດຂາດ; ກໍລະນີມາຊ້າເກີນ 15 ນາທີ ຕ້ອງໄດ້ຮັບການພິຈາລະນາຈາກຄະນະປະທານ; ສຳລັບກຳມະການຍາມຫ້ອງ ຕ້ອງກວດກາຄວາມພ້ອມດ້ານແສງສະຫວ່າງໃນຫ້ອງ, ເຊັນຢັ້ງຢືນໃສ່ເຈ້ຍສອບເສັງ ແລະ ເຈ້ຍຄິດໄລ່ຂອງນັກຮຽນທຸກໃບ; ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຫ້າມລະເລີຍ ຫຼື ປ່ອຍໃຫ້ມີການກ່າຍກັນ; ຫາກກຳມະການຄົນໃດລະເມີດລະບຽບ ຈະຖືກບັນທຶກ ແລະ ສົ່ງໃຫ້ຕົ້ນສັງກັດເພື່ອດຳເນີນວິໄນຕາມຂັ້ນຕອນ.
ປັດຈຸບັນ, ບັນຍາກາດການສອບເສັງມື້ທຳອິດຢູ່ທຸກໆສູນສອບເສັງໃນທົ່ວແຂວງຈຳປາສັກ ແມ່ນດຳເນີນໄປດ້ວຍຄວາມ ໜັກ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພສູງ.
ຂ່າວ-ພາບໂດຍ: ຂາວພອນ ມ້າວຄຳຜິວ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ