Skip to main content

ອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນ III ກະຊວງ ສສກ ຮ່ວມເຕະບານມິດຕະພາບ ກັບ ຄູ-ອາຈານ ສມປຊ ເພື່ອຮັດແໜ້ນຄວາມສາມັກຄີສອງຝ່າຍ

ໃນຕອນແລງຂອງວັນທີ 12 ມິຖຸນາ 2026 ນີ້, ທີ່ສະໜາມກິລາຫຍ້າທຽມ ສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ທີມອະດີດນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ທີມພະນັກງານ, ຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ການຮ່ວມກິດຈະກຳແຂ່ງຂັນກິລາເຕະບານໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງບັນດາວັນປະຫວັດສາດ ແລະ ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ກໍຄືຂອງສາກົນ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ໂດຍສະເພາະແມ່ນການຮ່ວມຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ (1 ມິຖຸນາ) ແລະ...

Continue reading

ການກະກຽມຄວາມພ້ອມດ້ານພິທີການທູດ ຮັບໃຊ້ກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22

ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 22 -26 ມິຖຸນາ 2026 ນີ້, ຄະນະອະນຸກຳມະການຕິດຕາມຜູ້ແທນ ໄດ້ຈັດຕັ້ງການຝຶກອົບຮົມດ້ານຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດຂຶ້ນຢ່າງເປັນທາງການ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຫົວໜ້າຄະນະອະນຸກຳມະການຕິດຕາມຜູ້ແທນ, ມີບັນດາແຂກຖືກເຊີນ, ນັກວິທະຍາກອນ ແລະພະນັກງານ, ຄູ-ອາຈານ ແລະ ນັກສຶກສາ (LO ແລະ VO)...

Continue reading

ພິທີເປີດບານໂລກ 2026 ທີ່ສະຫະລັດອາເມຣິກາ ຈັດຂຶ້ນຢ່າງຍິ່ງໃຫຍ່ສົມການລໍຄອຍ

ພິທີເປີດການແຂ່ງຂັນເຕະບານໂລກ 2026 ທີ່ສະຫະລັດອາເມລິກາ ໄດ້ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ສົມການລໍຄອຍ ກ່ອນການແຂ່ງຂັນລະຫວ່າງ ທີມຊາດສະຫະລັດ ຈະລົງສະໜາມນັດທຳອິດໃນຮອບທຳອິດ ກຸ່ມ D ພົບກັບ ປາຣາໄກວ ທີ່ສະໜາມ ລອດແອງເຈລິດ ສະເຕດ້ຽມ ຄວາມຈຸ 70,240 ທີ່ນັ່ງ ໃນນະຄອນລອດແອງເຈລິດ ເມື່ອວັນທີ 12 ມິຖຸນາ ຜ່ານມາ ຕາມເວລາທ້ອງຖິ່ນ ຫຼື ກົງກັບເວລາ 08:00 ວັນທີ 13 ມິຖຸນາ 2026 ຕາມເວລາຂອງ ສປປ ລາວ. ສຳລັບພິທີເປີດໃນຄັ້ງນີ້ ເຈົ້າພາບແມ່ນເນັ້ນການສະແດງທີ່ຮຽບງ່າຍ ໂດຍມີໄຮໄລ້ ຢູ່ທີ່ການຮຳສະເໜີຂັນລາງວັນບານໂລກ ຫຼື FIFA World Cup ທີ່ຖືກຕົກແຕ່ງດ້ວຍລວດລາຍທຸງຊາດສະຫະລັດອາເມລິກາ...

Continue reading

ທ່ານຮອງລັດຖະມົນຕີ ກະຊວງ ສສກ ລົງຊຸກຍູ້ ແລະ ເປີດຫົວບົດສອບເສັງຈົບຊັ້ນ ມ.4 ທີ່ແຂວງບໍລິຄຳໄຊ

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາໂຮງຮຽນພາຍໃນແຂວງບໍລິຄຳໄຊ ເຊິ່ງໃຫ້ກຽດຕ້ອນຮັບການລົງເຄື່ອນໄຫວໃນຄັ້ງນີ້ໂດຍ ທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ທ່ານ ນາງ ທົງສະກຸນ ແກ້ວດວງເດດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ພ້ອມດ້ວຍຄະນະຮັບຜິດຊອບສູນສອບເສັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳມະການຍາມຫ້ອງເສັງ, ພະນັກງານປ້ອງກັນຄວາມສະຫງົບ (ປກສ-ປກຊ) ແລະ...

Continue reading

3 ຝ່າຍ ລົງນາມຮ່ວມມືພັດທະນາກິລາບານເຕະແຂວງຈຳປາສັກ ສູ່ກິລາອາຊີບ ພ້ອມເປີດຊື່ ແລະ ໂລໂກ້ສະໂມສອນໃໝ່ “Champasak HAGL Avenir FC”

ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) 3 ຝ່າຍ ເພື່ອຮ່ວມມືສະໜັບສະໜູນ ແລະ ພັດທະນາກິລາບານເຕະແຂວງຈຳປາສັກ ໃຫ້ກ້າວໄປສູ່ການເປັນກິລາອາຊີບໃນອະນາຄົດ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຈຳປາສັກ ໂດຍໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີ ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນກິລາບານເຕະແຂວງຈຳປາສັກ, ທ່ານ ຫງວຽນ ຈິ ແທງ (NGUYEN CHI THANG) ຜູ້ອຳນວຍການ ບໍລິສັດ ຮວ່າງແອັງ ຈຳປາສັກ ຈຳກັດຜູ້ດຽວ ແລະ ທ່ານ ລີ ດອງ ຈຸນ (Lee Dong Jun) ຕາງໜ້າບໍລິສັດ ຄອນເນັກ ພລັດ ຈຳກັດຜູ້ດຽວ, ໂດຍມີ ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ພ້ອມດ້ວຍການນຳສະຫະພັນກິລາປະເພດຕ່າງໆພາຍໃນແຂວງ,...

Continue reading

ເມືອງໄຊບົວທອງ ເປີດບັ້ນການສອບເສັງຈົບຊັ້ນ ມ.4 ປະຈໍາສົກຮຽນ 2025-2026

ພິທີເປີດບັ້ນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ປະຈໍາສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ໂດຍໃນສົກຮຽນນີ້ ໄດ້ແບ່ງອອກເປັນ 2 ສູນສອບເສັງຄື: ​ສູນສອບເສັງ ມສ ສີວິໄລ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທົງ ແກ້ວສີຍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ. ສ່ວນ​ສູນສອບເສັງ ມສ ນາພ້າວ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມໄຊ ລັດຕະນະເຮືອງສີ ກໍາມະການພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ປະທານຄະນະກໍາມະການປົກຄອງຕາແສງ, ອໍານາດການປົກຄອງບ້ານ, ຄູ-ອາຈານ, ຄະນະກໍາມະການຍາມຫ້ອງເສັງ...

Continue reading

ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 11 ມິຖຸນາ 2026 ທີ່ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມກວດກາ, ຮອງປະທານກວດກາກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ສອນໄຊ ຊົງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າຄະນະວິຊາ ຄວທ ຜູ້ຊີ້ນຳສາມອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ...

Continue reading

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ເປີດຫົວບົດສອບເສັງຈົບຊັ້ນ ມ.4 ຢູ່ແຂວງວຽງຈັນ

ໃນຕອນເຊົ້າວັນທີ 11 ມິຖຸນາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ໂຮງຮຽນມັດທະຍົມສົມບູນປາກແຈ້ງ ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ແລະ ທ່ານ ປອ ຄຳ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ...

Continue reading