ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII
ໃນວັນທີ 14 ມັງກອນ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີ, ຫົວໜ້າຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ ພາຍໃນກະຊວງ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ສະໄໝທີ XI, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບເລືອກໃຫ້ເປັນ ກຳມະການກົມການເມືອງສູນກາງພັກ ສະໄໝທີ...








