ສົກຮຽນນີ້, ສກມ ລອງ ຕັ້ງໜ້າສູ້ຊົນພັດທະນາການສຶກສາ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ
ວັນທີ 14 ກັນຍາ 2026, ຕາມການໃຫ້ສຳພາດຂອງ ທ່ານ ຄຳອາຍ ໄຊຍະເລີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລອງ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2026–2027 ນີ້, ທົ່ວເມືອງລອງ ມີໂຮງຮຽນທັງໝົດ 131 ແຫ່ງ, ໃນນີ້ປະກອບມີ ໂຮງຮຽນອະນຸບານ 12 ແຫ່ງ, ໂຮງຮຽນປະຖົມ 83 ແຫ່ງ (ປະຖົມສົມບູນ 57 ແຫ່ງ ແລະ ມູນລະປະຖົມ 26 ແຫ່ງ), ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ໂຮງຮຽນມັດທະຍົມສົມບູນ 3 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 1 ແຫ່ງ.
ສຳລັບຕົວເລກນັກຮຽນໃນສົກຮຽນນີ້, ທົ່ວເມືອງມີນັກຮຽນຊັ້ນປະຖົມທີ່ມາຈົດຊື່ເຂົ້າຮຽນ ຈຳນວນ 5,376 ຄົນ (ຍິງ 2,140 ຄົນ), ຊັ້ນມັດທະຍົມຕອນຕົ້ນ 765 ຄົນ...








