ກົມຈັດຕັ້ງ ສສກ ເຜີຍແຜ່ນິຕິກໍາກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນພາຍໃນ
17/09/2026

ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມ ເຜີຍແຜ່ນິຕິກໍາກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ໃນວັນທີ 14 ກັນຍາ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ ໂດຍມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາພ້ອມດ້ວຍ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການທົບທວນຄືນ ແລະ ການກວດກາການຈັດຕັ້ງການປະເມີນ ແລະ ຂໍ້ມູນ ຂອງພະນັກງານ-ລັດຖະກອນ ໃຫ້ພາວະວິໄສ, ຖືກຕ້ອງ ແລະ ຊັດເຈນ ຊຶ່ງໃນກອງປະຊຸມໃນຄັ້ງນີ້ ໄດ້ມີການເຊື່ອມຊືມຄືນ ນິຕິກໍາກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນຂອງ ບັນດາ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ເປັນຕົ້ນ: ຊື່ ແລະ ນາມສະກຸນ, ວັນເດືອນປີ ເຂົ້າສັງກັດລັດ, ວັນເຂົ້້າພັກ, ຕຳແໜ່ງພັກ, ຕຳແໜ່ງບໍລິຫານລັດ, ການຍົກຍ້າຍບ່ອນປະຈຳການ, ບ່ອນປະຈຳການ ແລະ ຂໍ້ມູນອື່ນໆ ຕາມລະບົບຖານຂໍ້ມູນການຄຸ້ມຄອງລັດຖະກອນ PMIS ໃຫ້ໄປຕາມການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມຖຶກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ.
ພ້ອມນັ້ນ, ກໍໄດ້ມີການເຜີຍແຜ່ ເຊື່ອມຊືມຄືນດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018 ໃຫ້ແຕ່ລະພາກສ່ວນນໍາໄປຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກພາບ, ຕາມຂັ້ນຕອນ ແລະ ທັນກຳນົດເວລາ ຢ່າງມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມລະບຽບການທີ່ກຳນົດ ໂດຍຖືເອົາຜົນງານຕົວຈິງ ເປັນປັດໄຈສໍາຄັນ ໃນການຄັດເລືອກ, ບໍາລຸງ ແລະ ກໍ່ສ້າງພະນັກງານ ແລະ ປະຕິບັດນະໂຍບາຍ ຂອງກະຊວງສຶກສາທິການທິການ ແລະ ກິລາ. ສະນັ້ນ, ມອບໃຫ້ ຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ ແລະ ສູນ ເອົາໃຈໃສ່ດຳເນີນການປະເມີນຜົນງານ ຂອງ ພະນັກງານ-ລັດຖະກອນ ພາຍໃນພາກສ່ວນຕົນ ໃຫ້ສຳເລັດກ່ອນເດືອນ ຕຸລາ ຂອງທຸກໆປີ ແລ້ວລາຍງານ ກົມຈັດຕັ້ງ ບໍ່ໃຫ້ກ່າຍເດືອນ ພະຈິກ ຂອງທຸກໆປີ.
ສຳລັບກອງປະຊຸມດັ່ງກ່າວ, ໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 14-15 ກັນຍາ 2026.
ພາບ-ຂ່າວ: ບົວລະພາ














