ແຂວງຈຳປາສັກ ຍ້ອງຍໍຄະນະນຳ, ຄູຝຶກ ແລະ ນັກກິລາ ຊຸດເຂົ້າຮ່ວມ 2 ງານກິລາລະດັບຊາດ ທີ່ນະຄອນຫຼວງວຽງຈັນ
ພິທີສະຫຼຸບຜົນສຳເລັດ ແລະ ມອບເງິນບຳເນັດຫຼຽນລາງວັນໃຫ້ແກ່ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ທັນວາ 2025 ຢູ່ທີ່ສະໂມສອນ (ຫຼັກ4), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ປອ ພູວົງ ອາໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາຄະນະນຳ, ຄູຝຶກນັກກິລາ ແລະ ນັກກິລາ...








