ງານກິລາຄົນພິການແຫ່ງຊາດ ຄັ້ງທີ lV ຊີງໄຊທັງໝົດ 172 ຫຼຽນຄຳ ຈາກ 9 ປະເພດກິລາ
ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ພ້ອມກຳນົດໃຫ້ມີການຊີງໄຊເຖິງ 516 ຫຼຽນ, ໃນນັ້ນ ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ ຈາກ 9 ປະເພດກິລາ.
ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ທົ່ວປະເທດ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຈັດຂຶ້ນ ໃນວັນທີ 8 ທັນວາ 2025 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳກຳມະການເຕັກນິກ, ມີທ່ານ ວິລະວັນ ບຸນສຸກໄທ...








