Skip to main content

Author: Mitlandone Thepninhom

ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສາມັກຄີໄຊ, ແຂວງອັດຕະປື ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນິຄົມ ພົມມຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ. ທ່ານ ນາງ ມະນີລອນ ຫຼວງອາໄພ...

Continue reading

ທັບນັກກິລາຊັອບເທັນນິດລາວ ພ້ອມແລ້ວຈະສ້າງຜົນງານໃຫ້ປະເທດຊາດ ໃນເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ

ໃນຕອນເຊົ້າວັນທີ 15 ກັນຍາ 2026 ທີ່ຮ້ານອາຫານເລີ ປາແດກ ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ສະຫະພັນກິລາຊັອບເທັນນິດແຫ່ງຊາດລາວ ໄດ້ຈັດພາເຂົ້າສາມັກຄີ ເພື່ອລ້ຽງສົ່ງທັບນັກກິລາຊັອບເທັນນິດທີມຊາດລາວ ກຽມອອກເດີນທາງເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ຫຼື 20th Asian Games Aichi-Nagoya 2026 ລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນຊັອບເທັນນິດແຫ່ງຊາດລາວ. ໂອກາດນີ້, ທ່ານ ໄຊຍະເດດ ວົງໄຊ ໃຫ້ສຳພາດວ່າ:...

Continue reading

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ 265 ຄົນ ຮຸ່ນທີ I

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະຫຼຸບສົກຮຽນ 2025-2026 ຮຸ່ນທີ I ໃນວັນທີ 14 ກັນຍາ 2026 ທີ່ວິທະຍາໄລດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມອາຊີວະສຶກສາ, ອະດີດການນຳກະຊວງ, ຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາບໍລິສັດຄູ່ຮ່ວມພັດທະນາ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ. ທ່ານ ບຸນຍະລິດ ຂັນທະຈັກ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ...

Continue reading

ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ ຂອງບັນດາ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ ໃນວັນທີ 14 ກັນຍາ 2026 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຮອງຫົວຫນ້າຫ້ອງການ, ຕາງໜ້າຈາກ ກົມ, ສະຖາບັນ, ສູນ ແລະ ສຳນັກພິມສຶກສາ ແລະ ກິລາ, ພະແນກ ຕະຫຼອດຮອດພະນັກງານ ວິຊາການ ຈາກບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວເປີດກອງປະຊຸມ ພ້ອມທັງມີຄໍາເຫັນ ວ່າ:...

Continue reading

ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ໃນວັນທີ 14 ກັນຍາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໄດ້ຮັບທຶນສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈາກບັນດາບໍລິສັດ ລວມມູນຄ່າເກືອບ 7 ຕື້ກີບ. ບໍລິສັດທີ່ມາມອບທຶນສະໜັບສະໜູນ ໃນຄັ້ງນີ້ ປະກອບມີ: ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ທະນາຄານສົ່ງເສີມກະສິກຳ ກຳກັດ 2,3 ຕື້ກີບ, ບໍລິສັດຈະເລີນເຊກອງພະລັງງານ ຈຳກັດ 2,2 ຕື້ກວ່າກີບ, ບໍລິິສັດວີເອັສ ແອັດເວີທາຍ ຈຳກັດຜູ້ດຽວ 1,7 ຕື້ກວ່າກີບ, ບໍລິສັດກຸ່ມບໍລິສັດລາວໂທລະຄົມ 450 ລ້ານກີບ,...

Continue reading

ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ໂດຍການເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ, ມີຄະນະຜູ້ແທນສາກົນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍ ຂອງກອງປະຊຸມຄັ້ງນີ້ ເພື່ອຄວາມກວດກາຄືນຄວາມຄືບໜ້າຜ່ານມາ ແລະ...

Continue reading

ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ

ໃນລະຫວ່າງວັນທີ 8-11 ກັນຍາ 2026, ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ສໍາເລັດກອງປະຊຸມເປີດກວ້າງລະດົມແນວຄວາມຄິດ ໃນການປັບປຸງ ແລະ ທົບທວນ ກົດໝາຍວ່າດ້ວຍອາຊີວະສຶກສາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ/ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມອ້ອມຂ້າງກະຊວງ ສຶກສາທິການ ແລະ ກິລາ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຕາງໜ້າກຸ່ມອາຊີບໄອຊີທີ, ພ້ອມດ້ວຍພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ແຂວງໄຊສົມບູນ, ສະຖາບັນພັດທະນາອາຊີວະສຶກສາ, ວິທະຍາໄລ ເຕັກນິກ...

Continue reading

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026

ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມ ວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ປີ 2026 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບ ພາບລວມ,...

Continue reading