ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ 265 ຄົນ ຮຸ່ນທີ I
16/09/2026

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະຫຼຸບສົກຮຽນ 2025-2026 ຮຸ່ນທີ I ໃນວັນທີ 14 ກັນຍາ 2026 ທີ່ວິທະຍາໄລດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມອາຊີວະສຶກສາ, ອະດີດການນຳກະຊວງ, ຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາບໍລິສັດຄູ່ຮ່ວມພັດທະນາ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ທ່ານ ບຸນຍະລິດ ຂັນທະຈັກ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ໄດ້ຈັດຕັ້ງການຮຽນ-ການສອນ ທັງໝົດ 6 ພາກວິຊາ 6 ສາຂາອາຊີບ ຄື: ພາກວິຊາເຕັກນິກຫົວລົດໄຟ, ສາຂາອາຊີບເຕັກນິກຫົວລົດໄຟ; ພາກວິຊາ ເຕັກນິກຕູ້ລົດໄຟ, ສາຂາອາຊີບເຕັກນິກຕູ້ລົດໄຟ; ພາກວິຊາ ສັນຍານທາງລົດໄຟ, ສາຂາອາຊີບ ການສື່ສານສັນຍານທາງລົດໄຟ; ພາກວິຊາວິສະວະກໍາທາງລົດໄຟ, ສາຂາອາຊີບວິສະວະກໍາທາງລົດໄຟ; ພາກວິຊາຂົນສົ່ງທາງລົດໄຟ, ສາຂາອາຊີບ ຄຸ້ມຄອງການຂົນສົ່ງທາງລົດໄຟ; ພາກວິຊາ ການສະໜອງໄຟຟ້າທາງລົດໄຟ, ສາຂາອາຊີບ ການສະໜອງໄຟຟ້າທາງລົດໄຟ. ມີນັກຮຽນ-ນັກສຶກສາ ທັງໝົດ 815 ຄົນ, ຍິງ 404 ຄົນ. ໃນນີ້, ປີທີ1 ມີ 288 ຄົນ, ຍິງ 159 ຄົນ, ປີທີ 2 ມີ 257 ຄົນ, ຍິງ 128 ຄົນ, ປີທີ 3 ມີ 270 ຄົນ, ຍິງ 117 ຄົນ ສຳລັບ ນັກຮຽນ-ນັກສຶກສາຈົບສົກ 2025-2026 ລວມມີ 265 ຄົນ, ຍິງ 114 ຄົນ.
ໄດ້ຈັດຕັ້ງການຮຽນ-ການສອນ ພາກຮຽນທີ 1 ໃນວັນ ທີ 1 ກັນຍາ 2025 ເປີດສົກຮຽນສໍາລັບນັກສຶກສາປີທີ 2-3 ແລະ ໃນວັນທີ 15 ກັນຍາ 2025 ເປີດການຮຽນໃຫ້ນັກສຶກ ສາປີທີ1; ໄດ້ສໍາເລັດການສອບເສັງພາກຮຽນທີ 1 ໃຫ້ນັກສຶກສາປີທີ1, 2 ແລະ ປີທີ3 ໃນວັນທີ 5-9 ມັງກອນ 2026; ຈັດຕັ້ງການຮຽນ-ການສອນ ພາກຮຽນທີ 2 ໃຫ້ນັກສຶກສາ ປີທີ1, 2 ໃນວັນທີ 9 ກຸມພາ 2026. ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ມີນັກສຶກສາ ຍາດໄດ້ຜົນງານດີເດັ່ນ ທັງໝົດ 123 ຄົນ, ຍິງ 59 ຄົນ.ໃນນີ້, ດີເດັ່ນຮອບດ້ານ 23 ຄົນ, ຍິງ 15 ຄົນ, ດີເດັ່ນດ້ານການຮຽນ 54 ຄົນ, ຍິງ 23 ຄົນ, ດີເດັ່ນດ້ານກິດຈະກໍາ 46 ຄົນ, ຍິງ 21 ຄົນ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ທາງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຍາດມາໄດ້ ການພັດທະນາລະບົບຂົນສົ່ງທາງລົດໄຟ, ໂດຍສະເພາະແມ່ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງເລືອກໃໝ່ທາງດ້ານເສດຖະກິດ, ເຮັດໃຫ້ການບໍລິການຂົນສົ່ງມີຄວາມສະດວກ, ລວມທັງການບໍລິການໂດຍສານ, ຄວາມໄວ ແລະ ຄວາມປອດໄພ, ເຊິ່ງໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງແທ້ຈິງ, ໃນປີ 2025-2026 ທີ່ຜ່ານມາ, ສູນ/ວິທະຍາໄລ ໄດ້ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ແລະ ການເຕີບໃຫຍ່ຂອງຂະແໜງການລົດໄຟ ໂດຍສະເພາະແມ່ນ ການຍົກຮ່າງຫຼັກສູດ, ການຝຶກອົບຮົມ ແລະ ການປະຕິບັດຕົວຈິງ ຂອງຄູ-ອາຈານ ທີ່ໄດ້ຮັບການຊ່ວຍເຫຼືອຈາກຂະແໜງການລົດໄຟ ລາວ-ຈີນ. ນອກຈາກນີ້, ວິທະຍາໄລ ໄດ້ສົ່ງນັກຮຽນ-ນັກສຶກສາ ໄປສຶກສາຕໍ່ ແລະ ຝຶກອົບຮົມຢູ່ ປະເທດສາທາລະນະລັດ ປະຊາຊົນຈີນ ເພື່ອປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ໄດ້ຕາມມາດຕະຖານ.
ສຳລັບນັກສຶກສາ ທີ່ສຳເລັດການສຶກສາ ຂໍໃຫ້ປະຕິບັດຕົນເປັນແບບຢ່າງ, ນຳໃຊ້ຄວາມຮູ້ຄວາມສາມາດ ທີ່ໄດ້ຮຽນມາ ເຂົ້າໃນການປະຕິບັດງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ, ມີວິໄນ, ມີຄຸນສົມບັດ, ແລະ ບໍ່ຢຸດຢັ້ງທີ່ຈະຮຽນຮູ້ ເພື່ອພັດທະນາຕົນເອງຢ່າງຕໍ່ເນື່ອງ, ສ່ວນນັກສຶກສາ ທີ່ກຳລັງສຶກສາຢູ່ ຂໍໃຫ້ຕັ້ງໃຈຮຽນ, ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງ ທັງດ້ານຄວາມຮູ້, ວິຊາສະເພາະ ແລະ ທັດສະນະຄະຕິ, ເພື່ອໃຫ້ກາຍເປັນພະນັກງານທີ່ມີປະສິດທິພາບ, ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຂະແໜງການລົດໄຟໃນອະນາຄົດ. ພ້ອມດຽວກັນນັ້ນ, ເນັ້ນໃຫ້ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ສືບຕໍ່ປັບປຸງຫຼັກສູດ ແລະ ວິທີການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ຂອງຕະຫຼາດແຮງງານ ແລະ ຂະແໜງການລົດໄຟ; ເນັ້ນການຮຽນ-ການສອນ ແບບປະຕິບັດຕົວຈິງ (Project-based Learning); ເພີ່ມເພີ່ມຄວາມຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ແລະ ສ້າງຄຸນສົມບັດ ແລະ ຈິດອຸດົມການ ດ້ານວິໄນ ແລະ ຈິດໃຈຮັບຜິດຊອບຕໍ່ຊາດ ແລະ ສັງຄົມ.
ຂ່າວໂດຍ: ບົວລະພາ















