ສຳເລັດການແຂ່ງຂັນກິລາຄາຣາເຕໂດ “ນະຄອນຫຼວງວຽງຈັນ ເກມ 2025” ເຈົ້າພາບ ຍາດໄດ້ 4 ຫຼຽນຄຳ
ການແຂ່ງຂັນກິລາຄາຣາເຕໂດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-23 ພະຈິກ 2025 ຢູ່ທີ່ສູນກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ນາງ ວິໄລພອນ ແກ້ວໂພໄຊ ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ທັງເປັນຄະນະກຳມະການພິທີເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພົງສະຫວັດ ບຸບຜາ ອະດີດລັດຖະມົນຕີ ປະຈຳຫ້ອງວ່າການປະທານປະເທດ, ປະທານກິດຕິມະສັກສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ແລະ ທ່ານ ສອນສັກ ນ.ຍັນຊະນະ ຮອງປະທານສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ, ກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ...








