Skip to main content

Author: Mitlandone Thepninhom

ຮອງລັດຖະມົນຕີ ສສກ ເນັ້ນຄະນະນັກກິລາເອົາໃຈໃສ່ລະບຽບວິໄນ ກ່ອນຮ່ວມງານເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ

ເມື່ອວັນທີ 22 ພຶດສະພາ 2026 ທີ່ຫ້ອງປະຊຸມ 312 ກະຊວງສຶກສາທິການ ແລະ ກິລາ (ຕຶກເຈົ້າອານຸວົງ) ກົມກິລາລະດັບສູງ ໄດ້ມີການຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງການໂອ້ລົມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນຳວຽກງານກິລາ-ກາຍຍະກຳ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ. ໃນພິທີ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກໍໄດ້ກ່າວລາຍງານການກະກຽມຄວາມພ້ອມໃຫ້ຮູ້ວ່າ: ໃນການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມ ຄັ້ງທີ 20 ໃນເທື່ອນີ້ ມີທັງໝົດ 17 ປະເພດກິລາ ເຊິ່ງໄດ້ແບ່ງອອກເປັນ...

Continue reading

ມຂ ມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ຢ່າງສົມກຽດ ໂອກາດສະຫຼອງວັນສ້າງຕັ້ງ ມຂ ຄົບຮອບ 15 ປີ

ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການຂັ້ນ ສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ໃຫ້ແກ່ອະດີດການນຳ, ການນຳຂັ້ນສູງ ແລະ ຜູ້ຊົງຄຸນວຸດທິ ທັງໝົດ 6 ທ່ານ ຢ່າງສົມກຽດ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ພິທີດັ່ງກ່າວຖືກຈັດຂຶ້ນທັງເປັນການສະເຫຼີມສະຫຼອງຜົນງານຜ່ານມາ ຄົບຮອບ 15 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ມຂ (12 ຕຸລາ 2009 – 12 ຕຸລາ 2024) ກ້າວເຂົ້າສູ່ປີທີ 17 (ສົກປີ 2025-2026). ພິທີມອບ-ຮັບດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 22 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ...

Continue reading

ທີມທະຫານຮາບເລກ 2 ວຽງໄຊ ຄວ້າແຊ໋ມເປຕັງ ຊີງຂັນຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ

ທີມທະຫານຮາບເລກ 2 ວຽງໄຊ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ດ້ວຍການຄວ້າແຊ້ມການແຂ່ງຂັນກິລາເປຕັງ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນກຽດຕິຍົດ ຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ ຫຼັງຈາກມີການຊີງໄຊຢ່າງດຸເດືອດ ໃນວັນທີ 23 ພຶດສະພາ 2026 ທີ່ສະໜາມເປຕັງແຂວງຈຳປາສັກ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ. ການແຂ່ງຂັນໃນຄັ້ງນີ້ ມີທີມກິລາເປຕັງຈາກຫຼາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຊີງໄຊທັງໝົດ 64 ທີມ. ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ຜົນປະກົດວ່າ: ອັນດັບທີ 1...

Continue reading

ແຂວງອຸດົມໄຊ ຈັດກິດຈະກຳວັນບານເຕະເຍົາວະຊົນ ປະຈຳປີ 2026 ຢ່າງຄຶກຄື້ນ

ວັນທີ 23 ພຶດສະພາ 2026, ແຂວງອຸດົມໄຊ ໄດ້ຈັດກິດຈະກຳວັນບານເຕະຮາກຖານເຍົາວະຊົນ ຫຼື AFC Grassroots Football Day ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທີ່ສະໜາມກິລາແຂວງອຸດົມໄຊ ເພື່ອມຸ່ງເນັ້ນການສ້າງພື້ນຖານ ແລະ ຄັດເລືອກນັກກິລາບານເຕະລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ. ໃຫ້ກຽດເຂົ້າຮ່ວມໃນພິທີເປີດຄັ້ງນີ້ໂດຍ ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍຄະນະສະຫະພັນກິລາບານເຕະແຂວງ, ຄູຝຶກ, ແລະ ນັກກິລາເຍົາວະຊົນ...

Continue reading

ເກັ່ງຫຼາຍ! ແພຣວາ ຜ່ານເຂົ້າຮອບຊີງຊະນະເລີດ ຍີມນາສະຕິກ ຊີງແຊ໋ມອາຊີ ພ້ອມຄວ້າໂຄຕ້າໄປ ເອຊຽນ ເກມ 2026

ນ້ອງແພຣວາ ມິສາໂຕະ ພິລາພັນເດດ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ໃນການແຂ່ງຂັນກິລາ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ທີ່ປະເທດຄີກິດສະຖານ ພ້ອມຄວ້າສິດຕາງໜ້າປະເທດລາວ ຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນ ເກມ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ. ນ້ອງແພຣວາ ມິສາໂຕະ ພິລາພັນເດດ ສາວນັກກິລາຍີມນາສະຕິກທີມຊາດລາວ ໜຶ່ງດຽວຈາກປະເທດລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ຫຼື ລາຍການ Asian Championships 2026 Bishkek, Kyrgyzstan ຈະສືບຕໍ່ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ນີ້ ທີ່ປະເທດຄີກິສະຖານ...

Continue reading

ທີມງານສູນໂຄສະນາຂ່າວສານ ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ພາບໂຮງຮຽນຕົວແບບ ຢູ່ເມືອງຄຳ ແຂວງຊຽງຂວາງ ກຽມສ້າງເປັນວິດີໂອສົ່ງເສີມການສຶກສາ

ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ປະກອບມີ ຂະແໜງວາລະສານ ແລະ ໜັງສືພິມ, ຂະແໜງໂທລະພາບ ແລະ ຂະແໜງວິທະຍຸສຶກສາ-ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ, ພາບນິ້ງ, ພາບວິດີໂອ ແລະ ສຳພາດຜູ້ບໍລິຫານການສຶກສາຂັ້ນພະແນກ, ຂັ້ນເມືອງ, ຂັ້ນບ້ານ, ຂັ້ນໂຮງຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຕະຫຼອດຮອດນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມສົມບູນລ່ອງລານ ເມືອງຄຳ ແຂວງຊຽງຂວາງ ໃນລະຫວ່າງວັນທີ 18-21 ພຶດສະພາ 2026 ນີ້ ເພື່ອນຳເອົາບົດຮຽນອັນດີເລີດໃນການບໍລິຫານໂຮງຮຽນ ແລະ ການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການສຶກສາ ເພື່ອເປັນແບບຢ່າງໃຫ້ກັບແຂວງ, ເມືອງ ແລະ...

Continue reading

ປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນ ຕົວແບບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2026 ນີ້, ທີ່ໂຮງຮຽນດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມດ້ວຍຄະນະ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະກິລານະຄອນ ຫຼວງພະບາງ, ຕະຫຼອດຮອດບັນດານາຍບ້ານອ້ອມຂ້າງ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ກ່ອນເລີ່ມພິທີຢ່າງເປັນທາງການ, ທ່ານປະທານ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ເດີນຢ້ຽມຊົມຫ້ອງສະໝຸດ...

Continue reading

ສຕຂ ສາລະວັນ ຈັບມື ບໍລິສັດ ລາຊາສະປອດ ຍົກລະດັບວົງການບານເຕະພາຍໃນແຂວງ ແລະ ສົ່ງເສີມຜະລິດຕະພັນລາວ

ສະຫະພັນກິລາບານເຕະແຂວງ ຫຼື ສຕຂ ສາລະວັນ ໄດ້ບັນລຸຂໍ້ຕົກລົງຄັ້ງສຳຄັນ ດ້ວຍການເຊັນສັນຍາຮ່ວມມືຢ່າງເປັນທາງການກັບ ບໍລິສັດ ລາຊາສະປອດ (LAZA SPORT) ຜູ້ໃຫ້ບໍລິການເຄື່ອງກິລາຄົບວົງຈອນ ແລະ ເສື້ອກິລາພິມລາຍຍອດນິຍົມ ເພື່ອຮ່ວມກັນຊຸກຍູ້ ແລະ ພັດທະນາວຽກງານກິລາບານເຕະພາຍໃນແຂວງໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງແຂງແຮງ. ​ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ ໂພທິຍາ ວົງຈອມສີ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາບານເຕະແຂວງສາລະວັນ ແລະ ທ່ານ ໄຊພອນ ແກ້ວບົວລະພາ ຜູ້ອຳນວຍການບໍລິສັດ ລາຊາສະປອດ, ມີ ທ່ານ ສຸລັດ ອິນທະວົງ ແລະ ທ່ານ ສຸກທະວີ ຈັນທະວີລາດ ຮອງປະທານສະຫະພັນບານເຕະແຂວງສາລະວັນ...

Continue reading