ສສກ ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານຂັ້ນທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີຄວາມເປັນເອກະພາບທົ່ວປະເທດ
08/07/2026

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ (ສກມ) ຂຶ້ນຢ່າງເປັນທາງການ ໃນວັນທີ 30 ມິຖຸນາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ, ມີຄະນະນໍາຫ້ອງການ, ກົມ, ສະຖາບັນ, ສູນ, ຫົວໜ້າພະແນກ ສກຂ/ສກນ, ຫ້ອງການ ສກມ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງຂັ້ນເທິງໃນການປັບປຸງກົງຈັກຂັ້ນສູນກາງຮອດທ້ອງຖິ່ນ, ຊຶ່ງກະຊວງສຶກສາທິການ ແລະ ກິລາ ກໍເປັນກະຊວງໜຶ່ງທີ່ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດຊີ້ນໍາດັ່ງກ່າວ ແລະ ກໍໄດ້ຖືກຮັບຮອງ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຮັບຮອງຈາກ ສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021 ມາເປັນສະບັບເລກທີ 90/ນຍ, ລົງວັນທີ 20 ເມສາ 2026 ປະກອບມີ 02 ຫ້ອງການ, 14 ກົມ, 02 ສະຖາບັນ, 01 ສູນ ແລະ 01 ສໍານັກພິມ ຊຶ່ງປັດຈຸບັນຂັ້ນກະຊວງໄດ້ສຳເລັດແລ້ວ ສະນັ້ນ, ເພື່ອເຮັດໃຫ້ກົງຈັກການຈັດຕັ້ງພາຍໃນຂະແໜງການສຶກສາ,ວິທະຍາສາດ ແລະ ກິລາ ມີໂລ່ງລ່ຽນ ແລະ ສອດຄ່ອງກັນແຕ່ສູນກາງ ແລະ ທ້ອງຖິ່ນ ຈຶ່ງມີຄວາມຈໍາເປັນພາວະວິໄສ ໃນການສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ໃຫ້ໄປຕາມທິດ ກົມໜຶ່ງ, ພະແນກໜຶ່ງ, ຂະແໜງໜຶ່ງ ແລະ ຜູ້ໜຶ່ງເຮັດຫຼາຍວຽກ ແລະ ຄົ້ນຄວ້າສ້າງແຜນປັບປຸງ ສັບຊ້ອນ ແລະ ຈັດວາງ ບຸກຄະລາກອນ ຄືນໃໝ່ ໃຫ້ແທດເໝາະກັບຕົວຈິງ, ເນັ້ນຄຸນນະພາບວຽກງານເປັນຕົ້ນຕໍ, ແກ້ໄຂສະພາບພະນັກງານເຫຼືອບໍພໍ, ຊຸກຍູ້, ສົ່ງເສີມ ຜູ້ດີ-ຜູ້ເກັ່ງ, ເຮັດວຽກມີຄຸນນະພາບ, ຜູ້ໜຶ່ງເຮັດໄດ້ຫຼາຍວຽກ, ອຸທິດຕົນ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ ແລະ ປັບປຸງ ກົນໄກ, ລະບອບນຳພາ, ແບບແຜນວິທີເຮັດວຽກ ໃຫ້ມີຄວາມຄອງຕົວ, ສອດຄ່ອງກັບສະພາບ, ແທດແໜາະກັບຕົວຈິງ ແລະ ມີວິທະຍາສາດ ຮັບປະກັນໄດ້ຄວາມສະຫງົບ ຢູ່ພາຍໃນ, ທັງຮັບປະກັນ ປະສິດທິຜົນ ຂອງວຽກງານ.
ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນໄດ້ວ່າຂະແໜງການສຶກສາ ແລະ ກິລາ ສາມາດປັບຫຼຸດກົງຈັກການຈັດຕັ້ງລົງໄດ້ຢ່າງຫຼວງຫຼາຍ ເມື່ອສົມທຽບກັບປີ 2018 ຄື: ກົງຈັກຂັ້ນແຂວງ: ປັດຈຸບັນໄດ້ກຳນົດໂຄງປະກອບມາດຕະຖານໄວ້ທີ່ 10 ຂະແໜງ (ຫຼຸດລົງຈາກ 13 ຂະແໜງໃນປີ 2018), ເຮັດໃຫ້ຈຳນວນຂະແໜງທົ່ວປະເທດຫຼຸດລົງ 56 ຂະແໜງ (ຈາກ 234 ຂະແໜງ ເຫຼືອ 178 ຂະແໜງ). ໂດຍມີບາງແຂວງທີ່ມີໂຄງປະກອບສະເພາະຕາມຄວາມເໝາະສົມ ເຊັ່ນ: ແຂວງຊຽງຂວາງ ແລະ ຄຳມ່ວນ ມີ 11 ຂະແໜງ, ແຂວງຫຼວງພະບາງ ມີ 9 ຂະແໜງ ແລະ ແຂວງໄຊສົມບູນ ມີ 7 ຂະແໜງ, ກົງຈັກຂັ້ນເມືອງ: ປັດຈຸບັນກຳນົດໂຄງປະກອບມາດຕະຖານໄວ້ທີ່ 7 ໜ່ວຍງານ (ຫຼຸດລົງຈາກ 10 ໜ່ວຍງານໃນປີ 2018), ສົ່ງຜົນໃຫ້ຈຳນວນໜ່ວຍງານທົ່ວປະເທດຫຼຸດລົງເຖິງ 466 ໜ່ວຍງານ (ຈາກ 1,480 ໜ່ວຍງານ ເຫຼືອ 1,014 ໜ່ວຍງານ). ສ່ວນແຂວງຫຼວງພະບາງ ມີ 6 ໜ່ວຍງານ ແລະ ແຂວງໄຊສົມບູນ ມີ 5 ໜ່ວຍງານ.
ເຖິງຢ່າງໃດກໍດີ, ກອງປະຊຸມຍັງໄດ້ຮ່ວມກັນຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນແມ່ນ: ການກຳນົດກົງຈັກ ແລະ ຕຳແໜ່ງງານໃນບາງທ້ອງຖິ່ນ ທີ່ຍັງບໍ່ທັນເປັນເອກະພາບກັນ, ກົງຈັກຂັ້ນທ້ອງຖິ່ນບາງບ່ອນຍັງມີລັກສະນະໃຫຍ່ໂຕຕາມໂຄງສ້າງຂັ້ນກະຊວງ ເຊິ່ງບໍ່ສົມຄູ່ກັບບໍລິມາດວຽກຕົວຈິງ, ແລະ ການປະສານງານລະຫວ່າງສາຍຕັ້ງ-ສາຍຂວາງ ຍັງບໍ່ທັນກົມກຽວກັນດີເທົ່າທີ່ຄວນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ກອງປະຊຸມຄັ້ງນີ້ຈຶ່ງໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລື ບາງມາດຕະການ ແລະ ຂໍ້ສະເໜີສຳຄັນ ຄື: 1) ສະເໜີໃຫ້ກະຊວງກຳນົດໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງ ສກຂ ແລະ ສກມ ໃຫ້ມີຄວາມລະອຽດ ແລະ ເປັນເອກະພາບກັນທົ່ວປະເທດ, 2) ສະເໜີໃຫ້ກະຊວງເປັນຜູ້ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ເພື່ອເປັນບ່ອນອີງໃຫ້ແກ່ຄະນະກຳມະການປົກຄອງແຂວງ/ເມືອງ ໃນການພິຈາລະນາຮັບຮອງ, 3) ຊຸກຍູ້ການວິເຄາະຕຳແໜ່ງງານໃໝ່ ໂດຍຈັດເຮັດ “ລາຍລະອຽດການກຳນົດຕຳແໜ່ງງານໜ້າວຽກ” (Job Description) ໃຫ້ແກ່ທຸກຕຳແໜ່ງ ໂດຍເນັ້ນໃສ່ການນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນການເຮັດວຽກ ຕາມຈິດໃຈຂອງການປະຕິຮູບການບໍລິຫານລັດ, 4) ສະເໜີໃຫ້ກະຊວງຊ່ວຍເຫຼືອດ້ານການຝຶກອົບຮົມວິຊາການ ໃນການຂຽນຕຳແໜ່ງງານ ໃຫ້ແກ່ພະນັກງານທີ່ຮັບຜິດຊອບ ເພື່ອໃຫ້ສາມາດກຳພາລະບົດບາດໃໝ່ໄດ້ຢ່າງຖືກຕ້ອງ, 5) ຄົ້ນຄວ້າ ແລະ ປຶກສາຫາລື (ຮ່າງ) ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຂັ້ນຕາແສງ ເພື່ອຂະຫຍາຍການບໍລິຫານຄຸ້ມຄອງໃຫ້ທົ່ວເຖິງ.
ໃນຕອນທ້າຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທັງໝົດ ຈົ່ງໄດ້ພ້ອມກັນສຸມສະຕິປັນຍາ, ເປີດກວ້າງການຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານຄັ້ງນີ້ ບັນລຸຜົນໄດ້ຮັບຕາມຄາດໝາຍທີ່ວາງໄວ້ ຢ່າງມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນສູງສຸດ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ.













