ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານການແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ພ້ອມປະກາດພະນັກງານອອກບຳນານ, ສັບຊ້ອນຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມ
08/07/2026

ໃນວັນທີ 03 ກໍລະກົດ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ (ICT) ກະຊວງສຶກສາທິການ ແລະ ກິລາ ໄດ້ມີພີທີປະກາດພະນັກງານພັກອອກພັກການ-ຮັບອຸດໜູນບຳນານ ແລະ ການສັບຊ້ອນຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະພັກ, ຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ, ສະຖາບັນ/ຮອງສະຖາບັນ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ສະບັບເລກທີ 06/ຄບສພ, ລົງວັນທີ 09 ມິຖຸນາ 2026 ວ່າດ້ວຍການສຸມໃສ່ຕີລາຄາ ສະພາບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍປຶກສາຫາລື ແລະ ໃຫ້ທິດຊີ້ນຳວຽກງານສຳຄັນຈຳນວນໜຶ່ງດັ່ງນີ້: ຕີລາຄາຕໍ່ການນຳພາຊີ້ນຳ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ກ່ຽວກັັບວຽກງານກໍ່ສ້າງງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມຫຍຸ້ງຍາກ ແລະ ວຽກງານ 3 ສ້າງ; ຕໍ່ກັບຮ່າງມະຕິວ່າດ້ວຍການເພີ່ມທະວີປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ; ຄະນະບໍລິຫານງານສູນກາງພັກ ມອບໃຫ້ກົມການເມືອງສູນກາງພັກຄະນະເລຂາທິການ ສູນກາງພັກ ປະຕິບັດພາລະບົດບາດ, ໜ້າທີເພື່ອສືບຕໍໍ່ນຳພາຊີ້ນຳວຽກງານຈຸດສຸມຂອງຄະນະບໍລິຫານງານສູນກາງພັກໃນ 6 ເດືອນທ້າຍປີ 2026 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຕາມແຜນນການທີ່ວາງໄວ້ ແລະ ມີປະສິດທິຜົນສູງ.
ໂອກາດດຽວກັນ, ທ່ານ ປອ ນາງ ດາລາວວອນ ກິດຕິພັນ ກໍໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານການແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ສະບັບເລກທີ 61/ກມສພ, ລົງວັນທີ 18 ມິຖຸນາ 2026 ດັ່ງນີ້: ເພື່ອເປັນການປຸກລະດົມ, ຊຸກຍູ້ບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເສີມຂະຫຍາຍມູນເຊື້ອຮັກຊາດ, ຫົວຄິດປະດິດສ້າງ, ຄວາມສາມັກຄີເປັນປຶກແຜ່ນ, ມີນ້ຳໃຈດຸໝັ່ນ, ອົດທົນ, ຊື່ສັດ ປະຢັດເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ. ເຂົ້າຮ່ວມການແຂ່ງຂັນສູ້ຊົນປະຕິບັດບັນດາຄາດໝາຍທີ່ພັກ-ລັດວາງອອກແຕ່ລະໄລຍະ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ສ້າງໃຫ້ໄດ້ຜົນງານທີ່ດີເດັ່ນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເພື່ອເປັນການຮັບຮູ້ຈົດຈຳຜົນງານຄຸນງາມຄວາມດີຂອງບຸກຄົນ ແລະ ການຈັດຕັ້ງທີ່ປະກອບ ສ່ວນເຂົ້າໃນພາລະກິິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນແຕ່ລະໄລຍະ. ສະນັ້ນ, ການຍ້ອງຍໍຈຶ່ງເປັນການສົ່ງເສີມວຽກດີຄົນເດັ່ນ ໂດຍຜ່ານຂະບວນການແຂ່ງຂັນທີ່ມີການຈັດຕັ້ງ, ມີຈຸດປະສົງ ລະດັບຄາດໝາຍສູ້ຊົນ ທີ່ຈະແຈ້ງແລະ ມີການເລືອກເຟັ້ນຢ່າງໂປ່ງໃສ່, ສະເໝີພາບ ແລະ ຍຸຕິທຳ ເພື່ອປຸກລະດົມຊຸກຍູ້, ດຶງດູດບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະກອບສ່ວນທຶນຮອນເຂົ້າໃນການພັດ ທະນາ ສປປ ລາວ ຢ່າງເປັນຂະບວນຟົດຟື້ນ.
ຫຼັງຈາກນັ້ນ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດພະນັກງານພັກການ-ຮັບອຸດໜູນບຳນານ ຈຳນວນ 11 ທ່ານ ເຊິ່ງມີລາຍລະອຽດດັ່ງນີ້: ທ່ານ ສີທອງ ສີຂາວ, ທ່ານ ວິລະວັດ ເທບພິທັກ, ທ່ານ ປອ ຄຳຕັນ ສົມວົງ, ທ່ານ ສຸກສາຄອນ ສີປະເສີດ, ທ່ານ ສົມສີ ສຸດທິວົງ, ທ່ານ ອານຸສອນ ວົງພະໄຊ, ທ່ານ ຄຳຜ່ານ ພົມມະນີຈັນ, ທ່ານ ສີສະຫວັນ ແກ້ວວົງສີ, ທ່ານ ບຸນຂົງ ຈັກວົງສາ, ທ່ານ ນາງ ເຂືອງຄຳ ສິງມະນີທອງ ແລະ ທ່ານ ນາງ ບຸນໂຮມ ພິມຈັກສິນ.
ພ້ອມນັ້ນ, ກໍໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມ ແລະ ຮອງກົມ ເຊິ່ງໄດ້ແຕ່ງຕັ້ງທ່ານ ນາງ ກອງມະນີ ເປັນຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ລຳພູນ ຫຼວງໄຊ ເປັນຫົວກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ທ່ານ ປອ ຈັນທະວົງ ປັນຍາສິລິ ເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ແລະ ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ເປັນຜູ້ອຳນວຍການສຳນັກພິມສຶກສາ ແລະ ກິລາ; ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຮອງກົມມີຄື: ທ່ານ ນາງ ດາວວຽງ ພົງສະຫວັດ ຮອງຫົວໜ້າກົມແຜນການ ເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ເປັນຮອງຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ເປັນຮອງຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ທ່ານ ປອ ພອນສະຫວັນ ວົງສາຄຳຜຸຍ ຮອງຜູ້ອຳນວຍການ ສະຖາບັນພັດທະນາການບໍລິຫານການສຶກສາ ເປັນຮອງຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ທ່ານ ດ້າຍ ລັດຕະນະໄພວັນ ຮັກສາການແທນຫົວໜ້າາກົມກິດຈະການນັກສຶກສາ ເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າກົມກວດກາ ເປັນຮອງຫົວໜ້າຫ້ອງການກະຊວງ, ທ່ານ ເຈັດຊິ້ງ ອິນທະວົງ ຜູ້ອຳນວຍການ ສູນພັດທະນາສື່ການຮຽນ-ການສອນ ເປັນ ຮອງຫົວໜ້າຫ້ອງການກະຊວງ, ທ່ານ ພູເຂົາກ້າ ສັກລໍຄຳ ຜູ້ອຳນວຍການສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ກິລາ ເປັນຮອງຫົວໜ້າກົມສາມັນສຶກສາ, ທ່ານ ມະອາລີ ວໍລະບຸດ ຮອງຫົວໜ້າກົມແຜນການ ເປັນ ຮອງຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ນາງ ຊື່ນຈິດ ເສລີໂນຄຳ ຮອງຫົວໜ້າກົມການເງິນ ເປັນຮອງຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ອານຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ເປັນຮອງຫົວໜ້າກົມແຜນການ ແລະ ການເງິນ, ທ່ານ ນາງ ສີທັດຖະ ໄຕແກ້ວພິທູນ ຜູ້ອຳນວຍການສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ເປັນຮອງຫົວໜ້າກົມປະກັນຄຸນນະພາບການສຶກສາ.
ໃນຕອນທ້າຍພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍໃຫ້ກັບບໍລິສັດຜູ້ທີ່ໃຫ້ການອຸປະຖຳ ເຊັ່ນ: ບໍລິສັດຊິນຫຼົງ ບຸກເບີກອຸດສາຫະກຳບໍແຮ່ຈຳກັດ (ບໍ່ຄຳເມືອງປາກແບ່ງ) ມອບຊຸດໂຕະຕັ່ງປະຊຸມໃຫ້ກະຊວງສຶກສາທິການ ແລະ ກິລາ ມູນຄ່າ 667,000,000 ກີບ, ບໍລິສັດ ແກ້ວປະເສີດ ການລົງທຶນພຽງຜູ້ດຽວມອບເງິນອຸປະຖຳ ຈຳນວນ 500,000,000 ກີບ ແລະ ບໍລິສັດ ໂຊກມີໄຊ ມອບເງິນອຸປະຖຳ ຈຳນວນ 60,000,000 ລ້ານກີບ.
ພາບ-ຂ່າວໂດຍ: ການຈະນາ















