ເມືອງຊົນນະບູລີ ກຽມພ້ອມຮອບດ້ານໃນການເສັງເລື່ອນຂັ້ນ ແລະ ຈົບຊັ້ນ ສົກຮຽນ 2025-2026 ພ້ອມຕັ້ງເປົ້າສູ້ຊົນ ໃຫ້ໄດ້ 100%
ຫ້ອງການສຶກສາທິການ ແລະ ກິລາ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຖະແຫຼງຄວາມພ້ອມ ແລະ ວາງຄາດໝາຍສູ້ຊົນສຳລັບບັ້ນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ພາກຮຽນທີ II ປະຈຳສົກຮຽນ 2025-2026 ເພື່ອຮັບປະກັນຄຸນນະພາບການສຶກສາ ແລະ ຍົກລະດັບການພັດທະນາຊັບພະຍາກອນມະນຸດພາຍໃນທ້ອງຖິ່ນ.
ທ່ານ ກໍລະກັນ ໄຊຍະລິນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊົນນະບູລີ ໄດ້ໃຫ້ສຳພາດວ່າ: ໃນສົກຮຽນນີ້ ທົ່ວເມືອງ ຊັ້ນປະຖົມສຶກສາ ມີໂຮງຮຽນທັງໝົດ 89 ແຫ່ງ, ມີນັກຮຽນຊັ້ນ ປ.1 – ປ.5 ທັງໝົດ 7,323 ຄົນ (ຍິງ 3,618 ຄົນ); ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.1 – ມ.4)...








