ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ
ໃນວັນທີ 16 ຕຸລາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມ ປຶກສາຫາລືນະໂຍບາຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມການສຶກສາກ່ອນໄວຮຽນ, ສູນກາງສະຫະພັນແມ່ຍິງລາວ, ອົງການ UNICEF ປະຈຳ ສປປລາວ ແລະ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽງມະລີ ດາລາກອນ ຮັກສາການຫົວໜ້າກົມພັດທະນາ ແລະ ຂະບວນການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ມາກາລີ ໂຣເມເດັນ (Magali Romedenne)...








