ສສກ ປິດຊຸດຝຶກອົບຮົມ ການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ
20/10/2026

ໃນວັນທີ 16 ຕຸລາ 2026, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ປິດຊຸດຝຶກອົບຮົມການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ (ປະເພດ 3), ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ປອ ນາງ ຈັນທາ ອ່ອນວຽງໄຊ ຫົວໜ້າສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ ຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ ແລະ ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຄະນະຮັບຜິດຊອບວຽກງານກ່ຽງຂ້ອງເຂົ້າຮ່ວມ.
ທ່ານ ຄໍາອອນ ພອນປະເສີດ ຮອງຫົວໜ້າກົມກວດກາ ຕາງໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມ ລາຍງານກ່ຽວກັບສະພາບການຝຶກອົບຮົມ ໂດຍໄດ້ດໍາເນີນເປັນເວລາ 5 ວັນ ຫຼື ລວມ 35 ຊົ່ວໂມງ, ຜູ້ເຂົ້າຮ່ວມ: ມີທັງໝົດ 41 ທ່ານ ຍິງ 08 ທ່ານ. ໃນນັ້ນ, ຂັ້ນກະຊວງ ຈໍານວນ 23 ທ່ານ, ຍິງ 08 ທ່ານ; ຂັ້ນແຂວງ ຈໍານວນ 14 ທ່ານ ແລະ ຂັ້ນມະຫາວິທະຍາໄລ 04 ທ່ານ. ການຝຶກອົບຮົມໄດ້ຮັບການຖ່າຍຖອດ ແລະ ແລກປ່ຽນບົດຮຽນ ຈາກວິທະຍາກອນ ທີ່ມີປະສົບການຈາກຄະນະຈັດຕັ້ງສູນກາງພັກ, ຄູຝຶກຮັບເຊີນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງການສຳນັກງງານນາຍົກລັດຖະມົນຕີ, ກະຊວງການເງິນ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານສໍ້ລາດບັງຫຼວງສູນກາງ, ຄູຝຶກຈາກກະຊວງສຶກສາທິການ ແລະ ກິລາ ລວມຄູຝຶກທັງໝົດ 12 ທ່ານ ຍິງ 02 ທ່ານ.
ສໍາລັບຜົນໄດ້ຮັບລວມຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນຢູ່ໃນລະດັບ ດີ ຫາ ດີຫຼາຍ ໂດຍສະເພາະ ໃນດ້ານເນື້ອໃນບົດຮຽນ, ຄວາມຮັບຮູ້ ແລະ ເຂົ້າໃຈຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮັບຮູ້ວັນດ້ານເນື້ອໃນ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ສາມາດເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ກໍຄື: ການຍາດແຍ່ງເອົາຄວາມຮູ້ນຳວິທະຍາກອນ, ເຊື່ອໝັ້ນຕໍ່ກໍາລັງແຮງ ແລະ ສະຕິປັນຍາ ຂອງວິທະຍາກອນ, ກ້າຄິດ, ກ້າຕັ້ງບັນຫາ ແລະ ກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນເຊິ່ງກັນແລະ ກັນ ແລະ ກົງໄປກົງມາ ເຮັດໃຫ້ບັນຍາກາດການຝຶກອົບຮົມມີຄວາມສໍາຄັນ ແລະ ມີຄວາມເຂົ້າໃຈໃນດ້ານເນື້ອໃນຢ່າງຈະແຈ້ງ ຊັດເຈນ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ ຖອດຖອນບົດຮຽນກ່ຽວກັບກວຽກງານການຈັດຕັ້ງປະຕິບັດການສະເຫຼີມສະຫຼອງວັນຄູແຫ່ງຊາດ, ການພັດທະນາການສຶກສາ, ການຍົກລະດັບກຽດສັກສີຂອງຄູ-ອາຈານ, ການແກ້ໄຂບັນຫາໂຮງຮຽນໃນເຂດຫ່າງໄກສອກຫຼີກ, ການສົ່ງເສີມໂຮງຮຽນພອນສະຫວັນ ແລະ ການຄັດເລືອກນັກຮຽນເກັ່ງ, ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ແລະ ການໂຄສະນາຜົນງານດ້ານການສຶກສາໃຫ້ມີຄວາມຕື່ນຕົວ ແລະ ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນຢ່າງແທ້ຈິງ.
ພາບ-ຂ່າວ: ບົວລະພາ















