ສ້າງຂະບວນການອອກແຮງງານລວມ ຕ້ອນຮັບວັນສ້າງຕັ້ງ ມຊ ຄົບຮອບ 30 ປີ
20/10/2026

ໃນວັນທີ 17 ຕຸລາ 2026, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງຂະບວນການອອກແຮງງານລວມ (ວັນເສົາແດງ) ເພື່ອກະກຽມໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໂດຍໃຫ້ກຽດນຳພາຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ກຳມະການປະຈໍາພັກກະຊວງ, ປະທານຄະນະກວດກາພັກກະຊວງ, ເລຂາຄະນະບໍລິຫານງານພັກ ມຊ ທັງເປັນຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ນາງ ເພັດສະໝອນ ແກ້ວໂສພາ ເລຂາຄະນະບໍລິຫານງານຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ, ພະນັກງານ, ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ຮສ.ປອ ສິນທະວອນ ດາລາວົງ ໃຫ້ຮູ້ວ່າ: ປັດຈຸບັນ ມະຫາວິທະຍາໄລແຫ່ງຊາດ ຢູ່ໃນໄລຍະກະກຽມໃຫ້ແກ່ງານສະເຫຼີມສະຫຼອງໃຫຍ່ ວັນສ້າງຕັ້ງມະຫາວິທະຍາໄລແປຫ່ງຊາດ ຄົບຮອບ 30 ປີ ໃນວັນທີ 4-6 ພະຈິກ ທີ່ຈະມາເຖິງນີ້ ໂດຍໄດ້ຈັດໃຫ້ມີຫຼາຍຂະບວນການ ເຊິ່ງການອອກແຮງງານລວມຄັ້ງນີ້ ກໍແມ່ນກິດຈະກຳໜຶ່ງ ເພື່ອເຮັດວຽກຂະບວນການສະເຫຼີມສະຫຼອງມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຍິ່ງຂຶ້ນ.
ສຳລັບ ຂະບວນອອກແຮງງານລວມວັນເສົາແດງຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ ແມ່ນໄດ້ອອກແຈ້ງການໃຫ້ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານທົ່ວມະຫາວິທະຍາໄລແຫ່ງຊາດ ນໍາພາສະມາຊິກເຂົ້າຮ່ວມຂະບວນການອອກແຮງງານອານາໄມລວມ ຢູ່ແຕ່ລະວິທະຍາເຂດ ໃນຄວາມຮັບຜິດຊອບຂອງຕົນເອງ ສະເພາະຢູ່ວິທະຍາເຂດດົງໂດກ ຫຼື ສຳນັກງານໃຫຍ່ ມຊ ແມ່ນໄດ້ມີການອະນາໄມເກັບຂີ້ເຫຍື້ອ, ປັດກວາດຂອບທາງ, ຕັດຫງ່າໄມ້, ກິ່ງໄມ້ ທີ່ເຫັນວ່າຫົກເຫື້ອ ໃຫ້ສະອາດຈົບງາມ ໂດຍມີຊາວໜຸ່ມນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.















