Skip to main content

ສສກ ຍົກລະດັບການບໍລິຫານ-ຄຸ້ມຄອງລັດ ແກ່ຜູ້ບໍລິຫານລະດັບກາງ ພາຍໃນ

20/10/2026
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປີດຊຸດຝຶກອົບຮົມ ຫຼັກສູດການບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ຜູ້ບໍລິຫານລະດັບກາງ (ປະເພດ 4-5) ພາຍໃນສຳນັກງານກະຊວງ ໃນຕອນເຊົ້າວັນທີ 19 ຕຸລາ 2026 ຢູ່ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຈາກຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ ແລະ ສູນ, ພະແນກສຶກສາທິການ ແລະ ກິລາ ແຂວງ, ວິທະຍາກອນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ເນັ້ນໜັກວ່າ: ການຈັດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຕໍ່ກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ໃຫ້ປະກົດຜົນເປັນຈິງ. ເນື່ອງຈາກປັດຈຸບັນ ມີການປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນບ່ອນປະຈຳການ ແລະ ປັບປຸງນິຕິກຳຕ່າງໆ, ການພັດທະນາຂີດຄວາມສາມາດຂອງຜູ້ບໍລິຫານລະດັບກາງ (ຂັ້ນຫົວໜ້າພະແນກ ຫຼື ທຽບເທົ່າ) ຈຶ່ງເປັນວຽກງານທີ່ຈຳເປັນ ແລະ ຮີບຮ້ອນ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ສະນັ້ນ ທຸກທ່ານ ຈົ່ງສຸມສະຕິປັນຍາ, ຕັ້ງໃຈຮັບຟັງ ແລະ ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອ ເກັບກ່ຽວເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດງານຕົວຈິງຢູ່ພາກສ່ວນຂອງຕົນ ໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຈະດຳເນີນລະຫວ່າງວັນທີ 19-24 ຕຸລາ 2026, ໂດຍນຳໃຊ້ຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບກາງ ຂອງສະຖາບັນຄົ້ນຄວ້າກົງຈັກການຈັດຕັ້ງ ແລະ ການປົກຄອງ ແລະ ຫົວຂໍ້ປິ່ນອ້ອມທີ່ທັນສະໄໝ ແນໃສ່ສົ່ງເສີມໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ຍົກສູງທັກສະຄວາມຮູ້ຄວາມສາມາດໃນການຄຸ້ມຄອງ-ບໍລິຫານ.
ໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຮັດວຽກຮ່ວມກັບວິທະຍາກອນຜູ້ມີປະສົບການ ໃນ 11 ຫົວຂໍ້ຫຼັກ ເປັນຕົ້ນແມ່ນການບໍລິຫານລັດໃນລະບົບການເມືອງ, ການນຳພາ ແລະ ການຄຸ້ມຄອງ, ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ, ການຄຸ້ມຄອງ, ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ, ວຽກງານຮ່າງເອກະສານທາງລັດຖະການ, ຈັນຍາບັນ ແລະ ຄ່ານິຍົມ ພະນັກງານ-ລັດຖະກອນ, ການວາງແຜນ ແລະ ຄຸ້ມຄອງໂຄງການ, ການສ້າງທີມງານ, ການສື່ສານ ແລະ ປະສານງານ ແລະ ການຄຸ້ມຄອງ-ບໍລິຫານວຽກງານການສຶກສາ, ວິທະຍາສາດ ແລະ ກິລາ.
ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ