Skip to main content

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ

20/10/2026
ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຄະນະ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 (The 2026 World Vocational and Technical Education Development Conference) ລະຫວ່າງວັນທີ 15-17 ຕຸລາ 2026 ທີ່ນະຄອນທຽນຈິນ, ສປ ຈີນ ຊຶ່ງກອງປະຊຸມດັ່ງກ່າວ ຖືເປັນເວທີສາກົນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ ບັນດາປະເທດໃນທະວີບຕ່າງໆ ໂດຍສະເພາະ ສປປ ລາວ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມພູນຄວາມຮູ້ໃນແນວທາງການພັດທະນາອາຊີວະສຶກສາ ແນໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ການຝຶກອົບຮົມວິຊາຊີບຂອງລາວ ໃຫ້ສອດຄ່ອງກັບມາດຕະຖານສາກົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເຂົ້າຮ່ວມບັນດາກອງປະຊຸມໂຕະມົນລະດັບລັດຖະມົນຕີ, ກອງປະຊຸມໃຫຍ່ທົ່ວໄປ ແລະ ກອງປະຊຸມແລກປ່ຽນຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອາຊີວະສຶກສາໃນລະດັບສາກົນ. ກອງປະຊຸມດັ່ງກ່າວ ຖືເປັນເວທີສາກົນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ ສປປ ລາວ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມພູນຄວາມຮູ້ໃນແນວທາງການພັດທະນາອາຊີວະສຶກສາ ເພື່ອຍົກລະດັບຄຸນນະພາບການສຶກສາ ແລະ ການຝຶກອົບຮົມວິຊາຊີບຂອງລາວ ໃຫ້ສອດຄ່ອງກັບມາດຕະຖານສາກົນ ໃຫ້ມີມີປະສິດທິພາບ ແລະ ປະສິດທິຜົນ.
ນອກຈາກນີ້, ໃນໂອກາດດັ່ງກ່າວ ກະຊວງສຶກສາທິການ ແຫ່ງ ສປ ຈີນ ຍັງໄດ້ສະເໜີລົງນາມໃນ “ບົດບັນທຶກ (MOU) ວ່າດ້ວຍຄວາມຮ່ວມມືດ້ານອາຊີວະສຶກສາ” ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ຊຶ່ງຈະເປັນກ້າວສໍາຄັນໃນການສົ່ງເສີມ ແລະ ຮັດແໜ້ນຄວາມຮ່ວມມືດ້ານການສຶກສາ ແລະ ຝຶກອົບຮົມວິຊາຊີບ ລະຫວ່າງສອງຊາດ ລາວ-ຈີນ ໃຫ້ມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ