ແຂວງບໍ່ແກ້ວ ມີຄວາມພ້ອມ ຮ້ອຍສ່ວນຮ້ອຍ ໄຂສົກຮຽນໃໝ່ 2026-2027 ພ້ອມເນັ້ນໃສ່ຈັດສັນຄູ, ສະໜອງອຸປະກອນ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ນໍາພາລູກຫຼານຂອງຕົນມາເຂົ້າໂຮງຮຽນໃຫ້ຄົບ
ແຂວງບໍ່ແກ້ວ ມີຄວາມພ້ອມແລ້ວທີ່ຈະໄຂສົກຮຽນໃໝ່ ສົກຮຽນ 2026-2027 ເອກະພາບທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍານີ້ ໂດຍເນັ້ນໃສ່ ການຈັດສັນຄູ, ສະໜອງອຸປະກອນການຮຽນ-ການສອນ ໃຫ້ທົ່ວເຖິງ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ພາລູກຫຼານຂອງຕົນມາເຂົ້າຮຽນ ເພື່ອເຮັດໃຫ້ຄຸນນະພາບການສຶກສາ ດີຂຶ້ນ.
ໃນໂອກາດກະກຽມໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້, ທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ຕາງໜ້າໃຫ້ຄະນະນໍາຂະແໜງການສຶກສາ-ກິລາ ທົ່ວແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອລາຍງານເຖິງສະພາບການກະກຽມຄວາມພ້ອມ ໃນການໄຂສົກຮຽນໃໝ່ ສົກຮຽນ 2026-2027 ສໍາລັບສາຍສາມັນສຶກສາ ທົ່ວແຂວງບໍ່ແກ້ວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:...








