ຈຳປາສັກ ພ້ອມຮອບດ້ານ ໄຂສົກຮຽນໃໝ່ 2026–2027 ໃນວັນທີ 1 ກັນຍານີ້ ພ້ອມມຸ່ງສູ່ການສຶກສາຄຸນນະພາບຍຸກໃໝ່
ແຂວງຈຳປາສັກ ຢືນຢັນຄວາມພ້ອມຮອບດ້ານ ທັງດ້ານບຸກຄະລາກອນ, ສະຖານທີ່, ປຶ້ມແບບຮຽນ ແລະ ການຟື້ນຟູໂຮງຮຽນ 35 ຫຼັງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອພ້ອມໄຂສົກຮຽນໃໝ່ 2026–2027 ຢ່າງເປັນເອກະພາບກັນທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍາ 2026 ນີ້.
ທ່ານ ປອ ພູວົງ ອະໄພ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເຖິງສະພາບການກະກຽມຄວາມພ້ອມ ເພື່ອເປີດສົກຮຽນໃໝ່ ສົກຮຽນ 2026–2027 ສຳລັບສາຍສາມັນສຶກສາ ທົ່ວແຂວງຈຳປາສັກ ໂດຍໄດ້ເນັ້ນໜັກວ່າ ການສຶກສາແມ່ນຮາກຖານສຳຄັນຂອງການສ້າງຄົນ, ຄວາມຮູ້, ຄຸນນະທຳ ແລະ ອະນາຄົດຂອງຊາດ. ພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນສົກຮຽນ 2025–2026 ຜ່ານມາ,...








