Skip to main content

ຈຳປາສັກ ພ້ອມຮອບດ້ານ ໄຂສົກຮຽນໃໝ່ 2026–2027 ໃນວັນທີ 1 ກັນຍານີ້ ພ້ອມມຸ່ງສູ່ການສຶກສາຄຸນນະພາບຍຸກໃໝ່

01/09/2026
ແຂວງຈຳປາສັກ ຢືນຢັນຄວາມພ້ອມຮອບດ້ານ ທັງດ້ານບຸກຄະລາກອນ, ສະຖານທີ່, ປຶ້ມແບບຮຽນ ແລະ ການຟື້ນຟູໂຮງຮຽນ 35 ຫຼັງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອພ້ອມໄຂສົກຮຽນໃໝ່ 2026–2027 ຢ່າງເປັນເອກະພາບກັນທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍາ 2026 ນີ້.
ທ່ານ ປອ ພູວົງ ອະໄພ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເຖິງສະພາບການກະກຽມຄວາມພ້ອມ ເພື່ອເປີດສົກຮຽນໃໝ່ ສົກຮຽນ 2026–2027 ສຳລັບສາຍສາມັນສຶກສາ ທົ່ວແຂວງຈຳປາສັກ ໂດຍໄດ້ເນັ້ນໜັກວ່າ ການສຶກສາແມ່ນຮາກຖານສຳຄັນຂອງການສ້າງຄົນ, ຄວາມຮູ້, ຄຸນນະທຳ ແລະ ອະນາຄົດຂອງຊາດ. ພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນສົກຮຽນ 2025–2026 ຜ່ານມາ, ຂະແໜງການສຶກສາແຂວງຈຳປາສັກ ທີ່ມີພະນັກງານ-ລັດຖະກອນ ທັງໝົດ 5,276 ຄົນ (ຍິງ 3,355 ຄົນ), ໃນນັ້ນ ມີພະນັກງານບໍລິຫານ 452 ຄົນ ແລະ ຄູສອນ 4,824 ຄົນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ຢ່າງມີຜົນສຳເລັດອັນໜ້າພູມໃຈ ດັ່ງນີ້: ອັດຕາການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ບັນລຸ 100%; ຊັ້ນ ມັດທະຍົມສຶກສາຕອນຕົ້ນ (ມ.4) ບັນລຸ 99.9%; ຊັ້ນ ມັດທະຍົມສຶກສາຕອນປາຍ (ມ.7) ບັນລຸ 100% (ໃນນີ້ມີນັກຮຽນ 5 ນ້ອງ ໄດ້ຮັບປະກາດສະນີຍະບັດແດງ). ສຳລັບຜົນງານການແຂ່ງຂັນນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບທີ 1 ວິຊາ ຄະນິດສາດ ມ.4; ອັນດັບທີ 2 ວິຊາ ຟີຊິກສາດ ມ.4 ແລະ ມ.7; ອັນດັບທີ 3 ວິຊາ ພາສາລາວ-ວັນນະຄະດີ ມ.7; ລາງວັນຊົມເຊີຍ ອີກ 4 ລາງວັນ.
ການກະກຽມຄວາມພ້ອມ ແລະ ການຟື້ນຟູຫຼັງໄພທຳມະຊາດ.
ສຳລັບການກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ 2026–2027 ນີ້, ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການ ເລກທີ 1395/ສກຂ, ລົງວັນທີ 14 ສິງຫາ 2026 ເພື່ອເປັນທິດທາງໃນການກະກຽມຄວາມພ້ອມຢ່າງເປັນລະບົບ ໂດຍສຸມໃສ່ເກັບກຳປະຊາກອນເກນອາຍຸເຂົ້າຮຽນ (ກ່ອນໄວຮຽນ, ປະຖົມ, ມັດທະຍົມ) ເພື່ອບໍ່ໃຫ້ເດັກຄົນໃດຖືກປະລະໄວ້ຂ້າງຫຼັງ; ປະສານງານກັບຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່ແມ່ນັກຮຽນ ປຸກລະດົມທຸກພາກສ່ວນຮ່ວມກັນພັດທະນາໂຮງຮຽນ; ຈັດຕາຕະລາງສອນ, ກຽມແຜນການສອນ/ສື່ການສອນ ແລະ ສຳຫຼວດສະໜອງປຶ້ມແບບຮຽນໃຫ້ພຽງພໍ; ສ້ອມແປງໂຕະ, ຕັ່ງ, ອາຄານ, ຫ້ອງນ້ຳ, ຮົ້ວ ແລະ ເດີ່ນໂຮງຮຽນ ໃຫ້ມີສະພາບສະອາດ, ປອດໄພ ແລະ ເອື້ອຕໍ່ການຮຽນຮູ້. ພິເສດໃນເດືອນສິງຫາ 2026 ຜ່ານມາ, ເຖິງວ່າຈະມີໂຮງຮຽນ 35 ຫຼັງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ແຕ່ດ້ວຍພະລັງຄວາມສາມັກຄີຂອງຄະນະປົກຄອງທຸກຂັ້ນ, ຄູ-ອາຈານ ແລະ ປະຊາຊົນ ໄດ້ຮ່ວມກັນຟື້ນຟູ ແລະ ສ້ອມແປງ ຈົນກັບຄືນສູ່ສະພາບພ້ອມຮັບນັກຮຽນໄດ້ຕາມກຳນົດ.
ພ້ອມນັ້ນ, ແຂວງຈຳປາສັກ ໄດ້ກຳນົດທິດທາງການພັດທະນາການສຶກສາໃນສົກຮຽນໃໝ່ ໂດຍເນັ້ນໃສ່ເພີ່ມພູນທັກສະຄູຍຸກໃໝ່ ເພື່ອໃຫ້ເປັນ “ຜູ້ຈຸດປະກາຍການຮຽນຮູ້, ຜູ້ນຳທາງຄວາມຄິດ ແລະ ຜູ້ສ້າງແຮງບັນດານໃຈ” ໃຫ້ແກ່ນັກຮຽນ; ສ້າງສະພາບແວດລ້ອມໂຮງຮຽນໃຫ້ສະອາດ, ປອດໄພ, ເປັນລະບຽບ ແລະ ຮ່ວມມືກັບຊຸມຊົນສ້າງພູມຄຸ້ມກັນຕ້ານສິ່ງເສບຕິດ; ປັບຕົວເຂົ້າສູ່ຍຸກດິຈິຕອນ, ປັນຍາປະດິດ (AI) ແລະ ນະວັດຕະກຳ ເພື່ອສ້າງໃຫ້ນັກຮຽນ “ຄິດເປັນ, ເຮັດເປັນ, ແກ້ບັນຫາເປັນ, ຮ່ວມງານເປັນ ແລະ ສ້າງສິ່ງໃໝ່ເປັນ”; ໃຫ້ຄວາມສຳຄັນເປັນພິເສດຕໍ່ເດັກຢູ່ເຂດຫ່າງໄກສອກຫຼີກ, ເດັກຍາກຈົນ ແລະ ກຸ່ມເດັກທີ່ຕ້ອງການການສະໜັບສະໜູນພິເສດ.
ທ່ານ ປອ ພູວົງ ອະໄພ ໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ປະຕິບັດ 7 ໜ້າທີ່ຂອງຜູ້ອຳນວຍການ, 3 ລັກສະນະ, 5 ຫຼັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ໃຫ້ປະກົດຜົນເປັນຮູບປະທຳ ໂດຍສະເພາະການໄຂສົກຮຽນໃໝ່ ບໍ່ແມ່ນພຽງການເປີດປະຕູໂຮງຮຽນ ແຕ່ແມ່ນການເປີດ ປະຕູແຫ່ງຄວາມຫວັງ ໃຫ້ແກ່ລູກຫຼານ. ທຸກເທື່ອທີ່ລະຄັງໂຮງຮຽນດັງຂຶ້ນ ມັນແມ່ນສຽງປຸກໃຫ້ຄວາມຝັນ, ຄວາມຮູ້ ແລະ ອະນາຄົດໄດ້ເລີ່ມຕົ້ນ. ດັ່ງນັ້ນ, ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ຂໍຢືນຢັນຄວາມພ້ອມ 100% ທີ່ຈະຈັດພິທີໄຂສົກຮຽນໃໝ່ 2026–2027 ຢ່າງເປັນເອກະພາບກັນໃນວັນທີ 1 ກັນຍາ 2026 ນີ້ ທົ່ວແຂວງຈຳປາສັກ.
ຂໍ້ມູນໂດຍ: ຂາວພອນ ມ້າວຄຳຜິວ
ຮຽບຮຽງ ແລະ ພາບປະກອບຂ່າວໂດຍ: ພະແນກໂຄສະນາ-ຂ່າວສານ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ