Skip to main content

ລາວ-ຫວຽດນາມ ລົງນາມຮ່ວມມືດ້ານການສຶກສາ ໄລຍະປີ 2026 – 2029

31/08/2026
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາໄລຍະປີ 2026 – 2029 ຕາງໜ້າລົງນາມໂດຍ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫງວຽນ ຖິ ເຕິນ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ທ່ານ ຮສ.ປອ ຫງວຽນ ເຕິນ ເຈິ່ນ ມິງຄາງ ຜູ້ອໍານວຍການມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ສສ ຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ອຳນວຍການ, ຮອງອຳນວຍການ, ຄະນະນໍາ, ພະນັກງານພາຍໃນບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) , ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນພິທີກໍຍັງມີການມອບທຶນການສຶກສາໃຫ້ແກ່ນັກສຶກສາລາວ ໃນລະດັບກຽມພາສາຫວຽດນາມ ແລະ ປະລິນຍາຕີ ໃນຂະແໜງວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ( ICT) ໄລຍະ 3 ປີ ສົກຮຽນ 2026-2029 ຈໍານວນ 15 ທຶນການສຶກສາ.
ໃນການຮ່ວມມືກັນຄັ້ງນີ້ ທາງມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊິ່ງເປັນສະຖາບັນການສຶກສາທີ່ມີຊື່ສຽງ ແລະ ຮັບປະກັນໄດ້ມາດຕະຖານ ໄດ້ປະກອບສ່ວນໃນການສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາຂອງ ສປປ ລາວ ໄດ້ມີໂອກາດເຂົ້າຮຽນໃນຫຼັກສູດທີ່ມີຄຸນນະພາບ ເພື່ອກາຍເປັນວິຊາວະກອນຄອມພີວເຕີທີ່ມີຄວາມສາມາດ ໃນອະນາຄົດ.
ສ່ວນທາງບໍລິສັດ ສະຕາ ໂທລະຄົມ ຈໍາກັດ ກໍຍັງໄດ້ຕອບສະໜອງສະໜັບສະໜູນທາງດ້ານງົບປະມານ ກໍຄື: ຄ່າຫໍພັກ, ເງິນເບ້ຍລ້ຽງ, ຄ່າປີ້ຍົນໄປກັບລະຫວ່າງປະເທດ ຊ່ວຍນັກສຶກສາລາວ ແລະ ຍັງຮັບປະກັນໂອກາດໃນການເຂົ້າຮ່ວມເຮັດວຽກມີວຽກເຮັດງານທຳກັບບໍລິສັດໂດຍທັນທີຫຼັງຈາກສໍາເລັດການສຶກສາ.
ໂອກາດນີ້, ທ່ານ ແສງສະເດັນ ບຸນລາວົງ ກ່າວວ່າ: ໃນການລົງນາມບົດບັນທຶກ ຄັ້ງນີ້ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວທີສໍາຄັນ ໃນການຍົກລະດັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນປັດຈຸບັນທາງພາກລັດ ແລະ ເອກະຊົນຕ່າງກະເຫັນດີເປັນເອກະພາບກັນ ໃນຂະແໜງວິຊາຫະກໍາຄອມພີວເຕີ້ ແມ່ນໜື່ງຂະແໜງທີ່ສໍາຄັນໃນການພັດທະນາເສດຖະກິດ ເຊິ່ງການພັດທະນາໃນຂົງເຂດນີ້ແມ່ນຕ້ອງເລີ່ມຕົ້ນຈາກການສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງ
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ