Skip to main content

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເປີດສອບເສັງຄັດເລືອກນັກສຶກສາໃໝ່ ເຂົ້າຮຽນ 2 ສາຂາ ສົກຮຽນ 2026-2027

31/08/2026
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ຈັດພິທີເປີດການສອບເສັງຄັດເລືອກນັກສຶກສາໃໝ່ ໃນວັນທີ 26 ສິງຫາ 2026 ທີ່ວິທະຍາໄລດັ່ງກ່າວ (ເຂດຫຼັກ3) ເພື່ອຮັບເຂົ້າຮຽນໃນ 2 ສະຂາວິຊາ ຄື: ສະຂາກົນຈັກໜັກ ແລະ ສາຂາເຕັກໂນໂລຊີລົດຍົນ, ເຊິ່ງໄດ້ເປີດຮັບສະໝັກມາຕັ້ງແຕ່ວັນທີ 22 ກໍລະກົດ 2026 ຜ່ານມາ.
ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃຫ້ຮູ້ວ່າ: ການສອບເສັງໃນ 2 ສາຂາວິຊານີ້ ມີນັກຮຽນໃຫ້ຄວາມສົນໃຈລົງທະບຽນ ແລະ ເຂົ້າຮ່ວມສອບເສັງທັງໝົດ 500 ກວ່າຄົນ, ໂດຍວິທະຍາໄລມີທ່າແຮງສາມາດຮັບນັກສຶກສາໄດ້ທັງໝົດພຽງ 300 ຄົນ ໃນ 2 ສາຂາດັ່ງກ່າວ, ເຊິ່ງຜົນການສອບເສັງແມ່ນຈະປະກາດຢ່າງເປັນທາງການໃນຕົ້ນເດືອນກັນຍາ ຜ່ານທາງ Facebook Page ຂອງວິທະຍາໄລ.
ສຳລັບຜູ້ທີ່ບໍ່ຜ່ານການສອບເສັງໃນ 2 ສາຂານີ້ ຫຼື ນັກຮຽນໃໝ່ທີ່ຍັງບໍ່ທັນໄດ້ມາສອບເສັງ ຫຼື ສຳພາດ, ທາງວິທະຍາໄລ ຍັງເປີດໂອກາດໃຫ້ສາມາດມາລົງທະບຽນຮຽນໃນ 7 ສາຂາວິຊາ ໃນຫຼັກສູດຊັ້ນສູງ (ລະບົບ 12+3) ທີ່ນັກຮຽນສະໝັກເຂົ້າຮຽນຍັງບໍ່ທັນເຕັມ ເປັນຕົ້ນແມ່ນສາຂາຕິດຕັ້ງໄຟຟ້າສຳລັບອາຄານ, ສາຂາ ການຕິດຕັ້ງໄຟຟ້າ ສຳລັບອາຄານ, ສາຂາການຕິດຕັ້ງ ສ້ອມແປງເຄື່ອງເຮັດຄວາມເຢັນ ແລະ ເຄື່ອງປັບອາກາດ, ສາຂາ ການຕິດຕັ້ງ ແລະ ບໍລິການໄຟຟ້າອຸດສາຫະກຳ, ສາຂາ ເມຄາໂທຣນິກ (Mechatronics), ສາຂາ ຈັກກົນໂຮງງານ, ສາຂາຊ່າງຈອດ ແລະ ສາຂາເຄື່ອງປະດັບ ແລະ ອັນຍະມະນີ. ທັງນີ້, ນັກສຶກສາທຸກຄົນທີ່ໄດ້ເຂົ້າຮຽນຈະໄດ້ຮັບນະໂຍບາຍຢ່າງເທົ່າທຽມກັນ, ສຳລັບການຮັບສະໝັກນັກຮຽນໃໝ່ (ປີ 1) ແມ່ນຈະເປີດຮັບລົງທະບຽນໄປຈົນຮອດກາງເດືອນກັນຍາ 2026 ແລະ ຈະເລີ່ມຈັດຕັ້ງການຮຽນ-ການສອນ. ສ່ວນນັກຮຽນປີທີ 2 ແລະ ປີທີ 3 ແມ່ນຈະເປີດສົກຮຽນ ແລະ ເລີ່ມຈັດຕັ້ງການຮຽນ-ການສອນໃນວັນທີ 7 ກັນຍາ ເປັນຕົ້ນໄປ. ຈາກນັ້ນ, ທ່ານຜູ້ອຳນວຍການວິທະຍາໄລ ພ້ອມດ້ວຍຄະນະ ກໍ່ໄດ້ພ້ອມກັນລົງຕິດຕາມເບິ່ງຫ້ອງສອບເສັງອີກດ້ວຍ.
ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ມີແຜນຮັບນັກຮຽນ-ນັກສຶກສາໃໝ່ ທັງໝົດ 800 ຄົນ ໃນ 15 ສາຂາວິຊາ ເຊິ່ງແບ່ງອອກເປັນຫຼັກສູດຕ່າງໆ ຄື: ຫຼັກສູດທີ່ເປີດສອນໃນປັດຈຸບັນ ຫຼັກສູດຊັ້ນກາງ (ລະບົບ 9+3 ແລະ 12+2) ລວມມີ 6 ສາຂາວິຊາ ຄື: ສາຂາວິຊາເຕັກໂນໂລຊີລົດຍົນ, ໄຟຟ້າເຕັກນິກ, ຈັກກົນໂຮງງານ, ຊ່າງຈອດ ແລະ ກົນຈັກກະສິກໍາ; ຫຼັກສູດຊັ້ນສູງ (ລະບົບ 12+3) ລວມມີ 9 ສາຂາວິຊາ ຄື: ສາຂາວິຊາ ຕິດຕັ້ງໄຟຟ້າໃນອາຄານ, ສາຂາວິຊາ ສ້ອມແປງເຄື່ອງເຢັນ-ເຄື່ອງປັບອາກາດ, ສາຂາວິຊາ ບໍລິການໄຟຟ້າອຸດສາຫະກໍາ, ສາຂາວິຊາ ເມຄາໂທຣນິກ (ຮຽນຢູ່ລາວ 2 ປີ ແລະ ໄປຮຽນຢູ່ ສປ ຈີນ 1 ປີ ພ້ອມໄດ້ຮັບ 2 ໃບປະກາດ), ສາຂາວິຊາ ຈັກກົນໂຮງງານ (ການຜະລິດ ແລະ ສ້ອມແປງເຄື່ອງຈັກກົນ), ສາຂາວິຊາ ຊ່າງຈອດ (ເປັນສາຂາທີ່ສະຖານປະກອບການຕ້ອງການເປັນຈໍານວນຫຼາຍທີ່ສຸດ), ສາຂາວິຊາ ເຄື່ອງປະດັບ-ອັນຍະມະນີ (ນັກຮຽນທຸກຄົນຈະໄດ້ຮັບທຶນການສຶກສາ 100% ຕະຫຼອດ 3 ປີ ຈາກກຸ່ມບໍລິສັດ ຄໍາພູວົງ), ສາຂາວິຊາ ກົນຈັກໜັກ (ຮຽນຢູ່ວິທະຍາເຂດ II ບ້ານຊຽງດາ ແລະ ເປັນໜຶ່ງດຽວໃນທົ່ວປະເທດ) ແລະ ສາຂາວິຊາ ເຕັກໂນໂລຊີລົດຍົນ (ແບ່ງເປັນ: ຊ່ວງລ່າງ, ເຄື່ອງຈັກ, ໄຟຟ້າລົດຍົນ ແລະ ຕົວຖັງ-ສີລົດຍົນ).
ບັນຍາກາດການສອບເສັງແມ່ນເຕັມໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ໂດຍມີຄະນະກຳມະການ ແລະ ຄູ-ອາຈານ ປະຈຳຢູ່ຕາມຈຸດຕ່າງໆ ເພື່ອຄອຍອຳນວຍຄວາມສະດວກ ແລະ ແນະນຳຫ້ອງເສັງໃຫ້ກັບນັກຮຽນຢ່າງໃກ້ຊິດ. ພ້ອມດຽວກັນນັ້ນ, ຜູ້ປົກຄອງກໍໄດ້ມາຮ່ວມສົ່ງ ແລະ ໃຫ້ກຳລັງໃຈລູກຫຼານຂອງຕົນ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ