ສຳເລັດການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ-ຈີນ ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ
ພິທີມອບຫຼຽນການແຂ່ງຂັນກິລາປິ່ງປ່ອງມິດຕະພາບ ລາວ – ຈີນ ພາຍໃຕ້ຄໍາຂວັນ “ຈີນ-ລາວ ສາມັກຄີກັນ, ປິ່ງປ່ອງເພື່ອກັນ ແລະ ກັນ” ເພື່ອຮ່ວມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ລາວ – ຈີນ ໄດ້ຈັດຂຶ້ນໃວັນທີ 23 ສິງຫາ 2026 ຢູ່ທີ່ ສູນການຄ້າ ວຽງຈັນ ເຊັນເຕີ (Vientiane Center) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຮອງປະທານ ແລະ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ຮອງປະທານສະຫະພັນກິລາປິ່ງປ່ອງອາຊຽນ, ປະທານກິດຕິມະສັກ, ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສິນ...








